2 ພາກ ເກົາຫຼີ ຈະເດີນຂະບວນຮ່ວມກັບພາຍໃຕ້ “ຄັນທຸງເອກະພາບ” ທີ່ພິທີໄຂ

(VOVWORLD) - ສ.ເກົາຫຼີ ແລະ ສປປ.ເກົາຫຼີ ໄດ້ເຫັນດີເປັນເອກະພາບ ຈະເດີນຂະບວນຮ່ວມກັບພາຍໃຕ້ “ຄັນທຸງເອກະພາບ” ທີ່ພິທີໄຂງານມະຫາກຳກິລາ Olympic ໃນວັນທີ 09 ກຸມພາ ຢູ່ Pyeongchang.
2 ພາກ ເກົາຫຼີ ຈະເດີນຂະບວນຮ່ວມກັບພາຍໃຕ້ “ຄັນທຸງເອກະພາບ” ທີ່ພິທີໄຂ - ảnh 12 ພາກ ເກົາຫຼີ ພົບປະກັນທີ່ບ້ານຢຸດຮົບ Panmunjom ຢູ່ຊາຍແດນລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ (ພາບ THX/TTXVN)

ຂໍ້ຕົກລົງດັ່ງກ່າວ ໄດ້ຍົກອອກໃນຂະນະທີ່ບັນດາເຈົ້າໜ້າທີ່ 2 ພາກ ເກົາຫຼີ ພົບປະກັນທີ່ບ້ານຢຸດຮົບ Panmunjom ຢູ່ຊາຍແດນລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ ໃນວັນທີ 17 ມັງກອນຜ່ານມາ ເພື່ອປຶກສາຫາລືກ່ຽວກັບແຜນການເຂົ້ົ້າຮ່ວມ Olympic ຂອງ ພຽງຢາງ.

        ບັນດາໝາກຜົນດັ່ງກ່າວ ໄດ້ຮັບຖືວ່າ ແມ່ນບາດກ້າວບຸກທະລຸທີ່ບໍ່ເຄີຍມີມາກ່ອນໃນປະຫວັດສາດການພົບປະ, ແຂ່ງຂັນກິລາລະຫວ່າງ 2 ພາກ ເກົາຫຼີ ພາຍຫລັງ 2 ກອງປະຊຸມເຮັດວຽກຢູ່ Panmunjom ປຶກສາຫາລືບັນດາບັນຫາທີ່ກ່ຽວຂ້ອງເຖິງເລື່ອງຄະນະນັກກິລາ ສປປ.ເກົາຫຼີ ເຂົ້າຮ່ວມ Olympic ລະດູໜາວ Pyeongchang 2018, ພ້ອມທັງ ແມ່ນສັນຍານໃໝ່ສຸດທີ່ສະແດງໃຫ້ເຫັນສັນຍາຕັ້ງໜ້າ ໃນການພົວພັນລະຫວ່າງ 2 ພາກ ເກົາຫຼີ ນັບແຕ່ພາຍຫລ    ັງການນຳ ສປປ.ເກົາຫຼີ Kim Jong – un ປະລະການເຈລະຈາກັບ ສ.ເກົາຫຼີ ໃນສານປີໃໝ່ 2018.

ຕອບກັບ

ຂ່າວ/ບົດ​ອື່ນ