2 ພາກ ເກົາຫຼີ ສືບຕໍ່ປັບປຸງການພົວພັນ

(VOVWORLD) - ວັນທີ 21 ຕຸລາ, 2 ພາກເກົາຫຼີ ໄດ້ແລກປ່ຽນບັນຊີລາຍຊື່ຄະນະຜູ້ແທນເຂົ້າຮ່ວມການເຈລະຈາກ່ຽວກັບການຮ່ວມມືດ້ານປ່າໄມ້ 

ຄາດວ່າຈະດຳເນີນໃນວັນທີ 22 ຕຸລາ ຢູ່ຫ້ອງການຕິດຕໍ່ພົວພັນລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ ຢູ່ເຂດອຸດສາຫະກຳຮ່ວມ Kaesong, ໃນຂອບເຂດການປະຕິບັດຖະແຫຼງການຮ່ວມ ພຽງຢາງ ກ່ຽວກັບຂົງເຂດນີ້. ທ່ານ Park Jong-ho ຮອງຫົວໜ້າພະແນກປ່າໄມ້ ສ.ເກົາຫຼີ ນຳໜ້າຄະນະປະຕິບັດງານປະເທດນີ້ ເຂົ້າຮ່ວມກອງປະຊຸມ ໃນຂະນະນັ້ນ ຄະນະຜູ້ແທນ ສປປ.ເກົາຫຼີ ໂດຍທ່ານ Kim Seong-jun ຮອງຫົວໜ້າກົມໃຫຍ່ພັດທະນາປ່າໄມ້ຂຶ້ນກັບກະຊວງທີ່ດິນ ແລະ ສິ່ງແວດລ້ອມນຳໜ້າ.

       ແລະກໍ່ໃນວັນດຽວກັນ, ສ.ເກົາຫຼີ ປະກາດວ່າ 2 ພາກ ເກົາຫຼີ ອາດຈະເລີ່ມເຄື່ອນໄຫວວຽກງານກວດກາຮ່ວມເສັ້ນທາງລົດໄຟສາຍຕ່າງໆໃນຕົ້ນອາທິດໜ້າ ໃນຂອບເຂດໂຄງການຫັນ ແລະ ເຊື່ອມຕໍ່ລະບົບທາງລົດໄຟ ແລະ ທາງບົກຂ້າມຊາຍແດນເປັນທັນສະໄໝ.

ຕອບກັບ

ຂ່າວ/ບົດ​ອື່ນ