2 ພາກ ເກົາຫຼີ ເຫັນດີເຊື່ອມຕໍ່ການເຈລະຈາ ກ່ຽວກັບເຂດອຸດສາຫະກຳຮ່ວມ Kaesong ຄືນໃໝ່

2 ພາກ ເກົາຫຼີ ເຫັນດີເຊື່ອມຕໍ່ການເຈລະຈາ ກ່ຽວກັບເຂດອຸດສາຫະກຳຮ່ວມ Kaesong ຄືນໃໝ່ - ảnh 1
ການເຈລະຈາລະຫວ່າງ 2 ພາກເກົາຫຼີ ໃນວັນທີ 10/7
(ພາບ: AFP/TTXVN)

(​vovworld) – 2 ພາກ​ ​ເກົາຫຼີ ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ເຊື່ອມ​ຕໍ່​ຮອບ​ເຈລະຈາ​ທີ 7 ກ່ຽວ​ກັບ​ເຂດ​ອຸດສາຫະກຳ​ຮ່ວມ Kaesong ​ໃນ​ອາທິດ​ໜ້າ. ຂໍ້​ຕົກລົງ​ດັ່ງກ່າວ​ບັນລຸ​ໄດ້​ພາ​ຍຫລັງກະຊວງ​ທ້ອນ​ໂຮມ​ປະ​ເທດ​​ເປັນ​ເອກະ​ພາບ ສ ​ເກົາຫຼີ ​ເຫັນ​ດີ​ຕໍ່​ຂໍ້​ສະ​ເໜີ​​ໂດຍ ສປປ ​ເກົາຫຼີ ຍົກ​ອອກ​ມາ, ​ໃນ​ນັ້ນ​​ເວົ້າ​ວ່າ 2 ຝ່າຍ​ອາດ​ຈະ​ຈັດ​ຕັ້ງ​ຮອບ​ເຈລະຈາ​ຄັ້ງ​ທີ 7​ ​ໃນ​ວັນ​​ເສົາ ທີ 14/8. ​ໃນ​ຂໍ້​ສະ​ເໜີ​ທີ່​ສຳນັກ​ຂ່າວສານ​ສູນ​ກາງ ສປປ ​ເກົາຫຼີ (CKNA) ຍົກ​ອອກ​ມາ, ຄະນະ​ກຳມະການ​ເອກະ​ພາບ ສັນຕິພາບ ສປປ ​ເກົາຫຼີ (CPRK) ກໍ່​ຮຽກ​ຮ້ອງ 2 ຝ່າຍ​ພ້ອມ​ກັນ​ຮ່ວມ​ມື​ເພື່ອ​ສະ​ກັດ​ກັ້ນ​ສະພາບອັດ​ປະຕູ​ເຂດ​ອຸດສາຫະກຳ​ຮ່ວມ Kaesong ຄື​ໄລຍະຜ່ານ​ມາ​ຄືນ​ໃໝ່. ນອກຈາກ​ນັ້ນ​ແລ້ວ, ພຽງ​ຢາງ ກໍ່​ໄດ້​ຮັບປະກັນ​ຄວາມ​ປອດ​ໄພໃຫ້​ປະຊາຊົນ ສ ​ເກົາຫຼີ ທຸກໆ​ຄົນ​ເມື່ອໄປ​ຍັງ​ເຂດ Kaesong, ກໍ່​ຄື​ຈະ​ອະນຸຍາດ​ໃຫ້​ບັນດາ​ກຳມະກອນ ສປປ ​ເກົາຫຼີ ກັບ​ຄືນ​ເຮັດ​ວຽກ​ຢ່າງ​ເປັນ​ປົກກະຕິ​ຢູ່​ໂຮງງານ​ແຫ່ງ​ຕ່າງໆ​ຢູ່​ເຂດ​ອຸດສາຫະກຳ​ຮ່ວມ​ນີ້. ນີ້​ແມ່ນ​ການ​ກະທຳ​​ໂດຍ​ບັງ​ເອີນ​ຈາກ ສປປ ​ເກົາຫຼີ ພາຍຫຼັງ​​ໄດ້​ຮັບ​ຄຳ​ຮຽກ​ຮ້ອງ​ຈາກ ​ເຊີ​ອູ​ນ ກ່ຽວ​ກັບ​ການ​ດຳ​ເນີນ​ການ​ເຈລະຈາ​ຄັ້ງ​ສຸດ​ທ້າຍ​ເພື່ອ​ແກ້​ໄຂ​ບັນດາ​ບັນຫາ​ທີ່​ຍັງ​ຄົງ​ຄ້າງ​ເຊິ່ງ​ກ່ຽວຂ້ອງ​ເຖິງ​ພາກ​ພື້ນ​ ​ແລະ ໄດ້​ຮັບ​ຖື​ວ່າ: ​ແມ່ນ​ສັນຍາ​ລັກ​ຮ່ວມ​ມື​ໜຶ່ງ​ດຽວ​ລະ​ຫວ່າງ 2 ພາກ ​ເກົາຫຼີ ​ເປັນ​ອາທິດ​ໜຶ່ງ.​​

 

ຂ່າວ/ບົດ​ອື່ນ