2 ມໍລະດົກຂອງຫວຽດນາມໄດ້ຮັບການຮັບຮອງເປັນມໍລະດົກວັດຖຸເອກະສານໂລກ-ພາກພື້ນອາຊີ-ປາຊີຟິກ

2 ມໍລະດົກຂອງຫວຽດນາມໄດ້ຮັບການຮັບຮອງເປັນມໍລະດົກວັດຖຸເອກະສານໂລກ-ພາກພື້ນອາຊີ-ປາຊີຟິກ - ảnh 1
ແມ່​ພິມ​ເອ​ກະ​ສານໂຮງ​ຮຽນ​ ຟຸກ​ຢາງ
(ພາບ: nhandan)

(vovworld) - ​ຕອນ​ບ່າຍ​ວັນ​ທີ 19/05, ໃນ​ຂອບ​ເຂດກອງ​ປະ​ຊຸມ​ຄົບ​ຄະ​ນະ​ຄັ້ງ​ທີ 7, ຢູ່​ນະ​ຄອນ​ເຫ້ວ, ຄະ​ນະ​ກຳ​ມະ​ການ​ລາຍ​ການ​ຄວາມ​ຊົງ​ຈຳໂລກ​ພາກ​ພື້ນ​ອາ​ຊີ - ປາ​ຊີ​ຟິກ (MOWCAP) ໄດ້​ປະ​ກາດ​ບັນ​ດາ​ມໍ​ລະ​ດົກ​ທີ່​ໄດ້​ບັນ​ທຶກ​ເຂົ້າ​ເປັນ​ມໍ​ລະ​ດົກ​ໂລກພາກ​ພື້ນ​ອາ​ຊີ - ປາ​ຊີ​ຟິກ. ສຳ​ເນົາ​ເອ​ກະ​ສານ​ຂອງ​ຫວຽດ​ນາມ​ ທັງ 2 ສະ​ບັບ​ລວມ​ມີ “ກາບກອນ, ວັນ​ນະ​ຄະ​ດີ​​ໃນສະ​ຖາ​ປັດ​ຕະ​ຍາ​ກຳ​​ພະລາດ​ຊະ​ວັງ​ເຫ້ວ” ແລະ “ແມ່​ພິມເອ​ກະ​ສານ​ໃນໂຮງ​ຮຽນ​ ຟຸກ​ຢາງ”, ແຂວງ​ຮ່​າ​ຕິ້ງ ລ້ວນ​ແຕ່​ໄດ້​​ຮັບ​ການ​ເຊີດ​ຊູ.

        ສຳ​ເນົາ​ເອ​ກະ​ສານ “ກາບກອນ, ວັນ​ນະ​ຄະ​ດີ​ສະ​ຖາ​ປັດ​ຕະ​ຍາ​ກຳ​ພາ​ລາດ​ຊະ​ວັງ​ເຫ້ວ” ໄດ້​ຮັບ​ການ​ຕີ​ລາ​ຄາ​ຈາກ​ບັນ​ດາ​ນັກ​ຊ່ຽວ​ຊານ​ວ່າ​ແມ່ນ​ດີ​ເດັ່ນ​ທີ່​ສຸດ​ໃນ​ບັນ​ດາ​ສຳ​ເນົ​າ​ເອ​ກະ​ສານ​ທີ່​ໄດ້​ຮັບ​ການ​ສະ​ເໜີ​ໃນ​ຄັ້ງ​ນີ້. ນີ້​ແມ່ນມ​ໍ​ລ​ະ​ດົກ​​ວັດ​ຖຸເອ​ກະ​ສານ​ທີ່​ເປັນ​ເອ​ກະ​ສັກ​ສະ​ເພາະ, ແມ່ນ​​ຊຸດ​ແມ່​ພິມ​ທຳ​ອິດ ແລະ ​ມີ​ພຽງ​ຊຸດໜຶ່ງ​ດຽວ​ຢູ່​ຫວຽດ​ນາມ ເທົ່າ​ນັ້ນ ແລະ ມີ​ຄຸນ​ຄ່າ​ພົ້ນ​ເດັ່ນ​ທົ່ວ​ໂລກ.

        “ແມ່​ພິມ​ເອ​ກະ​ສານໂຮງ​ຮຽນ​ ຟຸກ​ຢາງ” ກໍ່​ໄດ້​ຮັບ​ການ​ຕີ​ລາ​ຄາ​ວ່າ ມີ​ຄຸນ​ຄ່າ​ໃນ​ຫຼາຍ​ແງ່​ມູມ. ຈ​ຸດ​ພິ​ເສດ​ຂອງ​ມໍ​ລະ​ດົກ​ນີ້​ແມ່ນ​ກ່ຽ​ວ​ຂ້ອງ​ເຖິງ​ການ​ສຶກ​ສາ​ຢູ່ບ​້ານ​ນາ​ແຫ່ງ​ໜຶ່ງ​ທີ່​​ຫ່າງໄກ​ຈາກ​ເມືອງ​ຫຼວງ, ແມ່ນ​ແມ່​ພິມ​ໜຶ່ງ​ດຽວ​ກ່ຽວ​ກັບ​ວັດ​ທະ​ນະ​ທຳ, ການ​ສຶກ​ສາ​ຂອງວົງ​ຕະ​ກຸ​ນ​ທີ່​ໄດ້​ເກັບ​ຮັກ​ສາ​ຢູ່​ຫວຽດ​ນາມ ເປັນ​ເວ​ລາກວ່າ 250 ປີ. ທ່ານ​ນາງ ຫວູ​ທິ​ມິງ​ເຮືອງ, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ໂຄງ​ການ​ຄວາມ​ຊົງ​ຈຳໂລກ​ພາກ​ພື້ນ​ອາ​ຊີ - ປາ​ຊີ​ຟິກ ໃຫ້​ຮູ້​ວ່າ.

        “ນີ້​ແມ່ນ​ຄວາມ​ມາ​ນະ​ພະ​ຍາ​ຍາມ ຮ່ວມ​ແຮງ​ຮ່ວມ​ໃຈ​ຂອງ​ສູນ​ອະ​ນຸ​ລັກ​ຮັກ​ສາ​ມໍ​ລະ​ດົກ​ກຸ່ງ​ເກົ່າເຫ້ວ ກໍ​ຄື​ຂອງວົງ​ຕະ​ກຸນ ຫງວຽນ​ຮຸຍ ຢູ່​ຮ່າ​ຕິ້ງ ໄດ້​​ຍື່ນ​ສຳ​ເນົາ​ເອ​ກະ​ສານ 2 ສະ​ບັບ​ນີ້ ເພື່ອ​ໃນ​ກອງ​ປະ​ຊຸມ​ຄົບ​ຄະ​ນະ​ຂອງ​ຄະ​ນະ​ກຳ​ມະ​ການຄວາມ​ຊົງ​ຈຳໂລກ ຮັບ​ຮູ້​ແມ່ນ​ມໍ​ລະ​ດົກ​​ວັດ​ຖຸເອ​ກະ​ສານ​ໂລກ - ​ພ​າກພື້ນ​ອາ​ຊີ - ປາ​ຊີ​ຟິກ”.

ຂ່າວ/ບົດ​ອື່ນ