20 ຄົນນັ່ງໃນຖ້ຽວບິນພ້ອມກັບຜູ້ຕິດ Covid-19 ຄົນທີ 17 ຢູ່ນະຄອນໂຮ່ຈີມິນ ບໍ່ຖືກຕິດເຊື້ອໄວຣັດ SARS-Cov-2

(VOVWORLD) -20 ຄົນນັ່ງໃນຖ້ຽວບິນ VN0054 ພ້ອມກັບຜູ້ຕິດພະຍາດ Covid-19 ຄົນທີ 17, ຫຼັງຈາກນັ້ນເດີນທາງໄປນະຄອນໂຮ່ຈີມິນ ລ້ວນແຕ່ບໍ່ຖືກຕິດເຊື້ອໄວຣັດ SARS-Cov-2.
20 ຄົນນັ່ງໃນຖ້ຽວບິນພ້ອມກັບຜູ້ຕິດ Covid-19 ຄົນທີ 17 ຢູ່ນະຄອນໂຮ່ຈີມິນ ບໍ່ຖືກຕິດເຊື້ອໄວຣັດ SARS-Cov-2 - ảnh 1(ພາບປະກອບ: TTXVN)

ຕອນບ່າຍວັນທີ 08 ມີນາ, ຂໍ້ມູນຂ່າວຈາກສູນຄວບຄຸມພະຍາດນະຄອນໂຮ່ຈີມິນ, ໄດ້ວິໄຈ 20 ຄົນນັ່ງໃນຖ້ຽວບິນ VN0054 ພ້ອມກັບຜູ້ຕິດພະຍາດ Covid-19 ຄົນທີ 17, ຫຼັງຈາກນັ້ນເດີນທາງໄປນະຄອນໂຮ່ຈີມິນ ລ້ວນແຕ່ບໍ່ຖືກຕິດເຊື້ອໄວຣັດ SARS-Cov-2. ຜູ້ຖືກສົງໄສ 20 ຄົນນັ້ນລວມມີຊາວຫວຽດນາມ 4 ຄົນ, ຊາວຫວຽດນາມ ອາໄສຢູ່ອົດສະຕາລີ 1 ຄົນ ແລະ ນັກທ່ອງທ່ຽວຕ່າງປະເທດຈຳນວນ 15 ຄົນ ໄປພ້ອມກັນໃນຖ້ຽວບິນ VN0054 ຈາກລອນດອນ, ປະເທດອັງກິດ ມາສະໜາມບິນ ໂນ້ຍບ່າຍ, ຮ່າໂນ້ຍ, ຫຼັງຈາກນັ້ນໄດ້ຂີ່ເຮືອບິນໄປຕໍ່ນະຄອນໂຮ່ຈີມິນ.

          ຕໍ່ໜ້າການຜັນແປຢ່າງສັບສົນຂອງໂລກລະບາດ Covid 19, ນັບແຕ່ວັນທີ 10 ມີນາ 2020, ຈະປະຕິບັດການແຈ້ງອາການສຸຂະພາບທົ່ວປວງຊົນ.

          ຢູ່ຫວຽດນາມ, ໄລ່ຮອດຕອນເຊົ້າວັນທີ 09 ມີນາ, ໄດ້ກວດພົບ 30 ຄົນຕິດພະຍາດ Covid-19 ຢູ່ 10 ແຂວງ, ນະຄອນ. ໃນນັ້ນ, ມີ 16 ຄົນໄດ້ຮັບການປິ່ວປົວຫາຍດີ ແລະ ອອກໂຮງໝໍແລ້ວ. ໃນລະຫວ່າງວັນທີ 05 ມີນາ ມາຮອດປະຈຸບັນ ໄດ້ກວດພົບ14 ຄົນຕິດໃໝ່ຢູ່ຮ່າໂນ້ຍ, ລາວກາຍ, ເທື່ອທຽນ-ເຫວ ແລະ ນິງບິ່ງ, ໃນນັ້ນມີ 12 ຄົນກັບເມືອຈາກຕ່າງປະເທດ (ຊາວຫວຽດນາມ 3 ຄົນ, ຊາວຕ່າງປະເທດ 9 ຄົນ) ແລະ 2 ຄົນຖືກຕິດແປດຈາກຜູ້ຕິດ Covid-19 ກ່ອນໜ້ານັ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ