20 ປະ​ເທດ ແລະ ເຂດ​ແຄ້ວນ ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ສາ​ກົນ Growtech Vietnam 2019

(VOVWORLD) - ງານວາງສະແດງສາກົນອຸປະກອນ ແລະ ເຕັກໂນໂລຢີ ກະສິກຳ, ປ່າໄມ້, ການປະມົງ ຫວຽດນາມ ປີ 2019 (Growtech Vietnam 2019) ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 31 ຕຸລາ ຢູ່ ສູນວາງສະແດງສາກົນ ຮ່າໂນ້ຍ, ເຮືອນເລກທີ 91 ຖະໜົນ ເຈິ່ນຮຶງດ້າວ, ເມືອງ ຮ່ວານກ໊ຽມ, ຮ່າໂນ້ຍ. 
20 ປະ​ເທດ ແລະ ເຂດ​ແຄ້ວນ ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ສາ​ກົນ Growtech Vietnam 2019 - ảnh 1 ບັນດາຜູ້ແທນຕັດແຖບຜ້າໄຂງານວາງສະແດງສິນຄ້າ

ນີ້ແມ່ນປີທີ 3, ທີ່ກົມພັດທະນາການຕະຫຼາດ ແລະ ວິສາຫະກິດ ວິທະຍາສາດເຕັກໂນໂລຢີ (ຂຶ້ນກັບກະຊວງວິທະຍາສາດ ແລະ ເຕັກໂນໂລຢີ) ແລະ ບໍລິສັດ ຫຸ້ນສ່ວນ ADPEX ສົມທົບກັນຈັດຕັ້ງງານວາງສະແດງນີ້.

ດ້ວຍຂອບເຂດ ຮ້ານວາງສະແດງສິນຄ້າ 250 ຮ້ານ, Growtech Vietnam 2019 ໄດ້ສະແດງ ຜະລິດຕະພັນ ອຸປະກອນເຕັກໂນໂລຢີ ກ່ວາ 5000 ຢ່າງ ເຊິ່ງມາຈາກ 20 ປະເທດ ແລະ ເຂດແຄ້ວນ, ຄາດວ່າຈະດຶງດູດໄດ້ແຂກມາຊົມ ປະມານ 10.000 ຄົນ. Growtech Vietnam 2019 ມີເຕັກໂນໂລຢີໄປລັດໜ້າຫຼາຍຢ່າງໃນທ່່າອ່ຽງການປະຕິວັດອຸດສາຫະກຳ ຄັ້ງທີ 4, ພິເສດແມ່ນການສະແດງຂອງ ເຕັກໂນໂລຢີຕ່າງໆທີ່ມາຈາກບັນດາປະເທດທີ່ມີພື້ນຖານກະສິກຳນຳໃຊ້ເຕັກໂນໂລຢີສູງຄື: ຝລັງ, ສ. ເກົາຫຼີ, ຍີ່ປຸ່ນ… ທ່ານ ເຈິ່ນວັນຕຸງ ຮອງລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຢີເນັ້ນໜັກວ່າ:

        ປີ 2019, Growtech Vietnam ໄດ້ຮັບການຈັດຕັ້ງດ້ວຍຂອບຂະໜາດໃຫຍ່ທີ່ສຸດນັບແຕ່ກ່ອນມາຮອດປັດຈຸບັນ. ເຫດການນີ້ກໍ່ປະກອບສ່ວນສ້າງສະພາບແວດລ້ອມໃຫ້ແກ່ການຮ່ວມທຸລະກິດ, ຮ່ວມສຳພັນໃນການເຄື່ອນໄຫວ ວິທະຍາສາດ ແລະ ເຕັກໂນໂລຢີ ກັບບັນດາຄູ່ຮ່ວມມືຕ່າງປະເທດ, ຊ່ວຍໃຫ້ບັນດາວິສາຫະກິດ ຫວຽດນາມ, ຊາວກະສິກຳ ຫວຽດນາມ ມີໂອກາດເຂົ້ານຳໃຊ້ວິທະຍາສາດເຕັກໂນໂລຢີສູງ. ງານວາງສະແດງກໍ່ປະກອບສ່ວນໃຫ້ແກ່ການມຸ່ງໄປເຖິງການພັດທະນາແບບຍືນຍົງ ໃຫ້ແກ່ຂະແໜງກະສິກຳ, ການປະມົງໃນທົ່ວໂລກເວົ້າລວມ ແລະ ຢູ່ ຫວຽດນາມ ເວົ້າສະເພາະ.

ຕອບກັບ

ຂ່າວ/ບົດ​ອື່ນ