21 ພັກ​ການ​ເມືອງ ເຂົ້າ​ຮ່ວມ​ການ​ຫາ​ສຽງ​ເລືອກ​ຕັ້ງ​ສະ​ພາ​ແຫ່ງ​ຊາດ ຊຸດ​ໃໝ່​ ຢູ່ ອີ​ຣັກ

(VOVWORLD) -21 ພັກການເມືອງ ຈະເຂົ້າຮ່ວມການຫາສຽງເລືອກຕັ້ງ ໃນການເລືອກຕັ້ງສະພາແຫ່ງຊາດ ອີຣັກ ເຊິ່ງຄາດວ່າຈະດຳເນີນໃນເດືອນ ຕຸລາ 2021.
21 ພັກ​ການ​ເມືອງ ເຂົ້າ​ຮ່ວມ​ການ​ຫາ​ສຽງ​ເລືອກ​ຕັ້ງ​ສະ​ພາ​ແຫ່ງ​ຊາດ ຊຸດ​ໃໝ່​ ຢູ່ ອີ​ຣັກ - ảnh 1ວາລະປະຊຸມສະພາແຫ່ງຊາດ ອີຣັກ ຢູ່ Baghdad (ພາບ: AFP/TTXVN)

ວັນທີ 1 ສິງຫາ, ສຳນັກຂ່າວສານ Anadolu  ໃຫ້ຮູ້ວ່າ 21 ພັກການເມືອງ ຈະເຂົ້າຮ່ວມການຫາສຽງເລືອກຕັ້ງ ໃນການເລືອກຕັ້ງສະພາແຫ່ງຊາດ ອີຣັກ ເຊິ່ງຄາດວ່າຈະດຳເນີນໃນເດືອນ ຕຸລາ 2021.

ສະຫະພັນ Al – Fatah ໂດຍ ນັກການເມືອງ Hadi al – Amiri ຊາວມຸດສະລິມ ນິກາຍ Shiite ນຳພາ ແລະ ສະຫະພັນ ກົດໝາຍແຫ່ງຊາດ ຂອງທ່ານອະດີດນາຍົກລັດຖະມົນຕີ Nouri al – Maliki  ແມ່ນສອງພັກການເມືອງໃຫຍ່ໃນການເລືອກຕັ້ງຄັ້ງນີ້.

ຕອບກັບ

ຂ່າວ/ບົດ​ອື່ນ