21 ມື້​ແລ້ວ ທີ່​ຫວຽດ​ນາມ​ບໍ່​​ພົບ​ຜູ້​ຕິດ​ເຊື້ອ​ພະ​ຍາດ Covid – 19 ໃໝ່​ຕື່ມ​ອີກ​ໃນ​ຊຸມ​ຊົນ

(VOVWORLD) -ນັບແຕ່ເວລາ 18 ໂມງວັນທີ 22 ກັນຍາ ຫາ ເວລາ 6 ໂມງຂອງວັນທີ 23 ກັນຍາ, ຫວຽດນາມຢັ້ງຢືນບໍ່ມີຜູ້ຕິດເຊື້ອພະຍາດ Covid – 19 ໃໝ່ຕື່ມອີກ. 

21 ມື້​ແລ້ວ ທີ່​ຫວຽດ​ນາມ​ບໍ່​​ພົບ​ຜູ້​ຕິດ​ເຊື້ອ​ພະ​ຍາດ Covid – 19 ໃໝ່​ຕື່ມ​ອີກ​ໃນ​ຊຸມ​ຊົນ - ảnh 121 ມື້ແລ້ວ ທີ່ຫວຽດນາມບໍ່ພົບຜູ້ຕິດເຊື້ອພະຍາດ Covid – 19 ໃໝ່ຕື່ມອີກໃນຊຸມຊົນ

(ກະຊວງສາທາລະນະສຸກ ຫວຽດນາມ)

ດັ່ງນັ້ນ, ໄດ້ 21 ມື້ແລ້ວທີ່ຫວຽດນາມບໍ່ ພົບຜູ້ຕິດເຊື້ອພະຍາດ Covid – 19 ໃໝ່ຕື່ມອີກໃນຊຸມຊົນ.ແຕ່ຮອດເວລາ 18 ໂມງຂອງ ວັນທີ 23 ກັນຍາ, ຫວຽດນາມ ໄດ້ຢັ້ງຢືນມີຜູ້ຕິດເຊື້ອໃໝ່ຕື່ມອີກ 01 ຄົນ ທີ່ກັບມາຈາກຕ່າງປະເທດ. ອັນໄດ້ຍົກຍອດຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ຢູ່ຫວຽດນາມຂຶ້ນເປັນ 1.069 ຄົນ ໃນນັ້ນມີຜູ້ໄດ້ຮັບການປິ່ນປົວຫາຍດີ 991 ຄົນແລ້ວ ແລະ ມີຜູ້ເສຍຊີວິດ 35 ຄົນ.

ແລະໃນເຫດການທີ່ກ່ຽວຂ້ອງ, ວັນທີ 22 ກັນຍາ, ບັນດາອົງການທີ່ມີໜ້າທີີ່ຮັບຜິດຊອບຂອງຫວຽດນາມ, ສະຖານທູດຫວຽດນາມ ປະຈຳ ຍີ່ປຸ່ນ ແລະ ບໍລິສັດການບິນ Vietjet ໄດ້ສົມທົບກັບບັນດາອົງການທີ່ມີໜ້າທີ່ຮັບຜິດຊອບຂອງ ຍີ່ປຸ່ນ ຈັດສົ່ງພົນລະເມືອງ ຫວຽດນາມ ກ່ວາ 220 ຄົນຈາກຍີ່ປຸ່ນ ກັບຄືນປະເທດຢ່າງປອດໄພ. ພາຍຫຼັງເຮືອບິນລົງຈອດຢູ່ສະໜາມບິນສາກົນດ່ານັ້ງ, ຜູ້ໂດຍສານໝົດທຸກຄົນໄດ້ຮັບການກວດສຸຂະພາບ ແລະ ແຍກຕົວຕາມຂໍ້ກຳນົດ.

ຕອບກັບ

ຂ່າວ/ບົດ​ອື່ນ