21ໝູ່ຄະນະ,ສ່ວນບຸກຄົນຮັບລາງວັນອາສາສະໝັກແຫ່ງຊາດ2015

21ໝູ່ຄະນະ,ສ່ວນບຸກຄົນຮັບລາງວັນອາສາສະໝັກແຫ່ງຊາດ2015 - ảnh 1
21ໝູ່ຄະນະ,ສ່ວນບຸກຄົນຮັບລາງວັນອາສາສະໝັກແຫ່ງຊາດ2015
(ພາບ: dangcongsan)


(vovworld) - ໂດຍ​ສະ​ໜັບ​ສະ​ໜູນ​ວັນ​ສາ​ກົນ​ຜູ້​ອາ​ສາ​ສະ​ໝັກ, ຕອນ​ຄ່ຳ​ວັນ​ທີ 05/12, ຢຸ່​ຮ່າ​ໂນ້ຍ, ສູນ​ກາງ​ຊາວໜຸ່ມ​ກອມ​ມູ​ນິດ​ໂຮ່​ຈິ​ມິນ ແລະ ລາຍ​ການ​ອາ​ສາ​ສະ​ໝັກ​ສະ​ຫະ​ປະ​ຊາ​ຊາດ (UNV) ໄ​ດ້​ສົມ​ທົບ​ກັນ​ຈັດ​ຕັ້ງ​ພິ​ທີ​ມອບ​ລາງວັນ​ອາ​ສາ​ສະ​ໝັກ​ແຫ່ງ​ຊາດ 2015. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ປະ​ຈຳ​ປີ ເພື່ອ​ແນ​ໃສ່​ຍ້ອງ​ຍໍ​ບັນ​ດາ​ສ່ວນ​ບຸກ​ຄົນ, ອົງ​ການ​ຈັດ​ຕັ້ງ​ອາ​ສາ​ສະ​ໝັກ ທີ່​ໄດ້​ອຸ​ທິດ​ສ່ວນ ແລະ ມີ​ຜົນ​ງານ​ດີ​ເດັ່ນ​ໃນ​ວຽກ​ງານ​ອາ​ສາ​ສະ​ໝັກ​ເພື່ອ​ປະ​ຊາ​ຄົມ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ວຽກ​ງານ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ. ລາງວັນ​ອາ​ສາ​ສະ​ໝັກ​ແຫ່ງ​ຊາດ 2015 ໄດ້​ມອບ​ໃຫ້ 12 ໝູ່​ຄະ​ນະ, 9 ສ່ວນ​ບຸກ​ຄົນ​ດີ​ເດັ່ນ. ​ອ້າຍ ຫງວຽນ​ຟິ​ລອງ, ປະ​ທານ​ສະ​ມາ​ຄົມ​ຊາວ​ໜຸ່ມ​ຫວຽດ​ນາມ ໃຫ້​ຮູ້​ວ່າ,

      “ໃນ​ສະ​ພາບ​ພັດ​ທະ​ນາ, ເຊື່ອມ​ໂຍງ​ຢ່າງ​ເລິກ​ເຊິ່ງ, ກວ້າງ​ຂວາງ, ​ເລື່ອງສ້າງ​ເງື່ອ​ນ​ໄຂ​ພັດ​ທະ​ນາ ແລະ ສ້າງ​ຖັນ​ແຖວ​ຊາວ​ໜຸ່​ມ​ຫວຽດ​ນາມ ​ໃຫ້ມີ​​ຄວ​າມ​ຮັກ​ປະ​ເທດ​ຊາດ ແລະ ມ​ີ​ຄວາມ​ໄ​ຝ່​ຝັນແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຕັດ​ສິນ​ການ​ພັດ​ມະ​ນາ​ປະ​ເທດ​ຊາ​ດ​ຢ່າງ​ໝັ້​ນ​ຄົງ. ​​ຄະ​ນະ​ຊາວ​ໜຸ່ມ​ທຸກ​ຂັ້ນຕ້ອງ​ຍູ້​ແຮງ​ບັນ​ດາ​ຂະ​ບ​ວນ​ການ​ເຄື່ອ​ນ​ໄຫວ​ປະ​ຕິ​ວັດ, ເສີມ​ຂະ​ຫຍາ​ຍ​ບົດ​ບາດ​ປະ​ຈັ​ນ​ບານ, ອາ​ສາ​ສະ​ໝັກ​ຂອງ​ໄວໜຸ່ມ. ສ້າງ​ເງື່ອ​ນ​ໄຂ​ສະ​ດວກ ແລະ ກຳ​ນົດ​ທິດ​ໃຫ້​ບັນ​ດາ​ສະ​ໂມ​ສອນ, ຫົວ​ໜ່ວຍ, ກຸ່ມອາ​ສາ​ສະ​ໝັກ​ເຄື່ອນ​ໄຫວ, ໜູນ​ຊ່ວຍ​ດ້ານ​ລະບຽ​ບ​ການກົດ​ໝາຍ ແລະ ເຊື່ອມ​ຕໍ່​ບັນ​ດາ​ສະ​ຖານ​ທ​ີ່​ອາ​ສາ​ສະ​ໝັກ​ນຳ​ກັ​ນ.​”

ຂ່າວ/ບົດ​ອື່ນ