25ປະເທດອາບຟຣີກາເຊັນຂໍ້ຕົກລົງສ້າງຕັ້ງເຂດການຄ້າເສລີ

25ປະເທດອາບຟຣີກາເຊັນຂໍ້ຕົກລົງສ້າງຕັ້ງເຂດການຄ້າເສລີ - ảnh 1
ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມ​ການ​ເຊັນ​ຂໍ້​ຕົກ​ລົງ
(ພາບ: AFP/TTXVN)

(vovworld) – ວັນ​ທີ 10/6, ຢູ່​ນະ​ຄອນ Sharm El – Sheikh ຂອງ ອີ​ຢິບ, 25 ປະ​ເທດ ອາບ​ຟ​ຣີ​ກາ ໄດ້​ເຊັນ​ຂໍ້​ຕົກ​ລົງ​ສ້າງ​ຕັ້ງ​ເຂດ​ການ​ຄ້າ​ເສ​ລີ​ໃຫຍ່​ທີ່​ສຸດ​ຢູ່​ທະ​ວີບນ​ີ້. ເຂດ​ກາ​ນ​ຄ້າ​ເສ​ລີ 3 ຝ່າຍນີ້​ລວມ​ມີ 25 ປະ​ເທດ​ຂຶ້ນ​ກັບ​ຕະຫຼາດ​ລວມອາບຟ​ຣີ​ກາ​ຕ​າ​ເວັນ​ອອກ ແລະ ອາບ​ຟ​ຣີ​ກາ​ໃຕ້ (COMESA), ປະ​ຊາ​ຄົມ ອາບ​ຟ​ຣີ​ກາ​ໃຕ້ (EAC), ປະ​ຊາ​ຄົມ​ພັດ​ທະ​ນາ​ ອາບ​ຟ​ຣີ​ກາ​ໃຕ້ (SADC), ກວມ​ອັດ​ຕ​າ​ເຄິ່ງ​ໜຶ່​ງ​ສະ​ມາ​ຊິກ​ຂອງສະ​ຫະ​ພາບ ອາບ​ຟ​ຣີ​ກາ (AU), ລວມ​ມີ​ປະ​ຊາ​ກອນ 625 ລ້ານ​ຄົນ, ດ້ວຍຍອດ​ຜະ​ລິດ​ຕະ​ພັນ​ພາຍ​ໃນ (GDP) ປະ​ມານ 1.200 ຕື້ USD, ກວມ 58% GDP ໃນ​ພາກ​ພື້ນ. ເລື່ອງ​ເຊັນ​ຂໍ້​ຕົກ​ລົງ​ດັ່ງ​ກ່າວ​ຂອງ ອ​ີ​ຢິບ ຈະ​ຖືກ​​ໂຈະ​ໄວ້​ຈົນ​ຮອດ​ເວ​ລາ​ສະ​ພາ​ແຫ່ງ​ຊາດ​ຊຸດ​ໃໝ່​​ຂອງ​ປະ​ເທດນີ້ໄດ້​ຮັບ​ການ​ເລືອກ​ຕັ້ງ. ປະ​ຈຸ​ບັນ, ປະ​ເທດ ອາບ​ຟ​ຣີ​ກາ​ເໜືອນີ້​ຍັງ​ບໍ່​ທັນ​ມີ​ສະ​ພາ​ແຫ່ງ​ຊາດ ພາຍຫຼັງ​ສະ​ແຫ່ງ​ຊາດ​ໄດ້​ຮັບ​ການ​ເລືອກ​ຕັ້ງ​ເມື່ອ​ປີ 2011 ຖືກຍຸ​ບ​ເລີກ.


ຂ່າວ/ບົດ​ອື່ນ