26 ຕົວ​ເມືອງ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ປະ​ຈຳ​ປີ ASCN ຄັ້​ງ​ທີ 4

(VOVWORLD) -ເຄືອຂ່າຍຕົວເມືອງ ອັດສະລິຍະ ອາຊຽນ (ASCN) ໄດ້ຮັບການສ້າງຕັ້ງຂຶ້ນແຕ່ເດືອນເມສາ ປີ 2018 ຢູ່ສິງກະໂປ. ປັດຈຸບັນ ASCN  ມີ 26 ຕົວເມືອງສະມາຊິກ ທີ່ມາຈາກ 10 ປະເທດ. ຫວຽດນາມ ແມ່ນສະມາຊິກຂອງເຄືອຂ່າຍດ້ວຍ 3 ຕົວເມືອງແມ່ນ: ຮ່າໂນ້ຍ, ດ່ານັ້ງ, ນະຄອນໂຮ່ຈີມິນ.
26 ຕົວ​ເມືອງ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ປະ​ຈຳ​ປີ ASCN ຄັ້​ງ​ທີ 4 - ảnh 1ພາບປະກອບ: ກະຊວງກໍ່ສາງ ຫວຽດນາມ

ກົມພັດທະນາຕົວເມືອງ (ກະຊວງກໍ່ສ້າງ) ໃຫ້ຮູ້ວ່າ, ກອງປະຊຸມປະຈຳປີເຄືອຂ່າຍຕົວເມືອງ ອັດສະລິຍະ ອາຊຽນ (ASCN) ຄັ້ງທີ 4 ໄດ້ຈັດຕັ້ງຕາມຮູບແບບທາງໄກ ໃນວັນທີ 30 ສິງຫາ 2021. ກອງປະຊຸມມີການເຂົ້າຮ່ວມຂອງຜູ້ຕາງໜ້າບັນດາປະເທດ ແລະ 26 ຕົວເມືອງອັດສະລິຍະ, ຄະນະເລຂາອາຊຽນ ແລະ ບັນດາຄູ່ຮ່ວມມືຢູ່ນອກເຄືອຂ່າຍ.

ເຄືອຂ່າຍຕົວເມືອງ ອັດສະລິຍະ ອາຊຽນ (ASCN) ໄດ້ຮັບການສ້າງຕັ້ງຂຶ້ນແຕ່ເດືອນເມສາ ປີ 2018 ຢູ່ສິງກະໂປ. ປັດຈຸບັນ ASCN  ມີ 26 ຕົວເມືອງສະມາຊິກ ທີ່ມາຈາກ 10 ປະເທດ. ຫວຽດນາມ ແມ່ນສະມາຊິກຂອງເຄືອຂ່າຍດ້ວຍ 3 ຕົວເມືອງແມ່ນ: ຮ່າໂນ້ຍ, ດ່ານັ້ງ, ນະຄອນໂຮ່ຈີມິນ.

ກອງປະຊຸມຈະສຸມໃສ່ປຶກສາຫາລືເພື່ອຮັບຮອງເອົາບາງເອກະສານທີ່ສຳຄັນລວມມີ: ແນວຄວາມຄິດກ່ຽວກັບການພັດທະນາປະຕູຖານຂໍ້ມູນທາງອອນລາຍ ASCN, ແນວຄິດກ່ຽວກັບການພັດທະນາເຄື່ອງມືລົງທຶນຕົວເມືອງ ອັດສະລິຍະ ແລະ ຍືນຍົງ ອາຊຽນ. ກອງປະຊຸມກໍ່ຄາດວ່າຈະເຕື້ອງເຖິງສະພາບການພັດທະນາຕົວເມືອງອັດສະລິຍະ ແລະ ແບ່ງປັນບົດຮຽນປະສົບການໃນການຮັບມືກັບໂລກລະບາດໂຄວິດ - 19 ຢູ່ບັນດາຕົວເມືອງ ສະມາຊິກ, ແລກປ່ຽນກັບຄູ່ຮ່ວມມືທາງເຄືອຂ່າຍ ກ່ຽວກັບຄວາມສາມາດໃນການປະກອບຂໍ້ລິເລີ່ມໃນກາລະໂອກາດຮ່ວມມືລວມ ເພື່ອຊຸກຍູ້ ການຫັນຕົວເມືອງອັດສະລິຍະໃຫ້ປະກົດຜົນເປັນຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ