2ພາກເກົາຫຼີຍິງປືນໃຫຍ່ໃສ່ກັນໃນເຂດທະເລພິດພາດກັນ

2ພາກເກົາຫຼີຍິງປືນໃຫຍ່ໃສ່ກັນໃນເຂດທະເລພິດພາດກັນ - ảnh 1
ເກາະYeonpyeong ຖືກ ສປປ ເກົາຫຼີ ຍິງປືນໃຫຍ່ເມື່ອປີ 2010
(ພາບ: dantri.com)

(vovworld) – ຕອນ​ເຊົ້າ​ວັນ​ທີ 31/3, ສ ​ເກົາຫຼີ ​ແລະ ສປປ ​ເກົາຫຼີ ​ໄດ້​ຍິງ​ປືນ​​ໃຫຍ່​ໃສ່​ກັນ​ໃນ​ບໍລິ​ເວນ​ໃກ້​ກັບ​ເຂດ​ຊາຍ​ແດນ​ທາງ​ນ້ຳ​ລະຫວ່າງ 2 ພາກ​ (NLL) ຢູ່​ທະ​ເລ ​ເຫຼືອ​ງ ຖະ​ແຫຼ​ງການ​ຂອງ​ສະພາຫົວໜ້າ​ເສນາ​ທິການທະຫານ​ປະສົມ ສ ​ເກົາຫຼີ (JSC) ​ໄດ້​ຊີ້​ແຈ້ງວ່າ: ກອງທັບ​ປະ​ເທດ​ນີ້​ໄດ້​ຍິງ​ປືນ​ໃຫຍ່ໂຕ້​ຕອບ, ພາຍຫຼັງ​ທີ່ “ລູກປືນ​ໃຫຍ່​ບາງ​ລູກ​ຂອງ ສປປ ​ເກົາຫຼີ ຕົກ​ເຂົ້າ​ສູ່​ເຂດ​ນານ​ທະ​ເລ​ຂອງ ສ ​ເກົາຫຼີ”. ສປປ ​ເກົາຫຼີ ​​ເລີ່​ມດຳ​ເນີນການ​ຊ້ອມ​ຮົບ​ດ້ວຍລູກປືນ​ແທ້​ຢູ່​ທະ​ເລ​ທາງ​ທິດຕາ​ເວັນ​ຕົກ​ຂອງ​ປະ​ເທດ​ນີ້, ພາຍຫຼັງ ພຽງ​ຢາງ ປະກາດ​ກັບ ​ເຊີ​ອູ​ນ ກ່ຽວ​ກັບ​ແຜນການ​ຊ້ອມ​ຮົບ ​ແລະ​ ປະກາດ​ຂໍ້​ກ່າວ​ເຕືອນ​ກ່ຽວ​ກັບ​ການ​ໄປມາ​ຢູ່​ບໍລິ​ເວນ​ໃກ້​ກັບ​ເຂດ​ຊາຍ​ແດນ​ທາງ​ທະ​ເລ​ທີ່​ຖືກ​ພິດ​ພາດ​ກັນ​ໃນ​ທະ​ເລ​​ເຫຼືອ ພຽງ 2, 3 ຊົ່ວ​ໂມງ. ຊ່ອງ​ໂທລະພາບ YTN ສ ​ເກົາຫຼີ ​ໄດ້​​ໃຫ້​ຂ່າວ​ວ່າ ບັນດາ​ລູກປືນ​ໃຫຍ່ໄດ້​ຕົກ​ເຂົ້າ​ສູ່​ເຂດ​ທະ​ເລ​ທາງທິດ​​ເໜືອ - ໜຶ່ງ​​ໃນບັນ​ດາ​ເກາະ​ທີ່ມີ​ຊາວ ສ ​ເກົາຫຼີ ດຳລົງ​ຊີວິດ​ຢູ່​ທະ​ເລ​ທາງ​ທິດຕາ​ເວັນ​ຕົກຂອງ​ແຫຼ​ມ ​ເກົາຫຼີ, ​ແຕ່​ບໍ່​ທັນ​ຮູ້​ວ່າ​ມັນ​ຈະຕົກ​ລົງສູ່ເຂດ​ທະ​ເລຂອງ ສ ​ເກົາຫຼີ ຫຼື​ບໍ່. ວົງ​ການ​ເຈົ້າ​ໜ້າ​ທີ່ ​ເກາະ Baengyeong ຂອງ ສ ​ເກົາຫຼີ ​ໃຫ້​ຮູ້​ວ່າ: ປະຊາຊົນ​ດຳລົງ​ຊີວິດ​ໃນ​ເກາະ​ໄດ້​ຮັບ​ຄຳ​ສັ່ງ​ໄປ​ຫຼົບ​ໄພ​ຢູ່​ບັນດາ​ອຸ​ມົງ​ໃຕ້​ດິນ.

 


ຂ່າວ/ບົດ​ອື່ນ