2ພາກເກົາຫຼີເຫັນດີເປັນເອກະສັນສົນທະນາຫາລືກ່ຽວກັບເຂດອຸດສາຫະກຳKaesong

2ພາກເກົາຫຼີເຫັນດີເປັນເອກະສັນສົນທະນາຫາລືກ່ຽວກັບເຂດອຸດສາຫະກຳKaesong - ảnh 1
ລົດໂອໂຕແຕ່ແຂວງ Gyeonggi ໄປຍັງເຂດອຸດສາຫະກຳຮ່ວມ Kaesong
 (ພາບ: AFP/TTXVN)


(vovworld) – ວັນ​ທີ 8/11, ​​ສ ​ເກົາຫຼີ ​ແລະ ສປປ ​ເກົາຫຼີ ​ໄດ້​ເຫັນ​ດີ​ເປັນ​ອກະສັນ​ຈັດ​ຕັ້ງ​ການ​ສົນທະນາ​ຫາລື​ຂັ້ນ​ອະນຸ​ກຳມະການກ່ຽວ​ກັບ​​ເຂດອຸດສາຫະກຳ Kaesong ​ໃນ​ອາທິດ​ໜ້າ. ກະຊວງ​ທ້ອນໂຮມ​​ຊາດ​​ແຫ່ງ ສ ​ເກົາຫຼີ ​ໃຫ້​ຮູ້​ວ່າ: ບັນດາ​ການ​ພົວພັນ​ຂອງ 2 ອະນຸຄະນະ​ກຳມະການຮັບຜິ​ດຊອບ​ການ​ອາລັກ​ຂາ​ແກ່​ການ​ລົງທຶນ ​ແລ​ະ ຫັນ​ເຂດ​ອຸດສາຫະກຳ​ລວມ Kaesong ​​ເປັນ​​ເຂດ​ຮ່ວມ​ມືສາກົນ​ຈະ​ດຳ​ເນີນ​ໃນ​ວັນ​ທີ 13/11. ການ​ປຶກສາ​ຫາລື​ບັນດາ​ຂໍ້​ກຳນົດ​ກ່ຽວ​ກັບ​ການຜັກຢູ່​ອາ​ໄສ​ໃນ​ເຂດ​ອຸດສາຫະກຳ​ລວມນີ້​ຈະ​ດຳ​ເນີນ​ໃນ​ວັນ​ທີ 14/11. ການ​ສົນທະນາ​ຫາລື ກ່ຽວ​ກັບ​ການ​ໄປມາ, ຂໍ້​ມູນ​ຂ່າວສານ ​ແລະ ພາສີ​ຈະ​ບໍ່​ໄດ້​ຮັບ​ການຈັດ​ຕັ້ງ​ຍ້ອນ​ວ່າ ສປປ ​ເກົາຫຼີ ຢາ​ກ​ໃຫ້​ບັນດາ​ການ​ສົນທະນາ​ຫາລື​ນີ້​ດຳ​ເນີນ​ຕາມພາຍຫຼັງ.

ຂ່າວ/ບົດ​ອື່ນ