30 ປີແຫ່ງການພົວພັນທາງການທູດ ຫວຽດນາມ - UAE: ຮ່ວມມືເສດຖະກິດແມ່ນຈຸດເດັ່ນໃນການພົວພັນສອງຝ່າຍ

(VOVWORLD) - ໃນການພົວພັນຮ່ວມມືລະຫວ່າງສອງປະເທດ, ຝ່າຍ UAE ກຳນົດສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານ ຫວຽດນາມ - UAE (CEPA) ຈະແມ່ນໜຶ່ງໃນສາມເສົາຄ້ຳບຸລິມະສິດແຕ່ນີ້ຮອດປີ 2030 ແລະ ໃນໄລຍະຕໍ່ໄປ.
30 ປີແຫ່ງການພົວພັນທາງການທູດ ຫວຽດນາມ - UAE: ຮ່ວມມືເສດຖະກິດແມ່ນຈຸດເດັ່ນໃນການພົວພັນສອງຝ່າຍ - ảnh 1ທ່ານ ຫງວຽນແມ້ງຕວັນ, ເອກອັກຄະລັດຖະທູດ ຫວຽດນາມ ເຂົ້າຮ່ວມລາຍການໂຄສະນາຜະລິດຕະພັນກະເສດ
(ພາບ:TTXVN)

ການຮ່ວມມືດ້ານເສດຖະກິດຍາມໃດກໍ່ແມ່ນເສົາຄ້ຳສຳຄັນ ແລະ ແມ່ນຈຸດເດັ່ນໃນການພົວພັນຮ່ວມມືສອງຝ່າຍລະຫວ່າງ ຫວຽດນາມ ແລະ ສະຫະລັດ ອາຣັບ ເອມີເລດ (UAE). ນັ້ນແມ່ນການຕີລາຄາຂອງທ່ານ ຫງວຽນແມ້ງຕວັນ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ UAE, ເນື່ອງໃນໂອກາດສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດ (1/8/1993 – 1/8/2023). ທ່ານເອກອັກຄະລັດຖະທູດ ຫງວຽນແມ້ງຕວັນ ໃຫ້ຮູ້ວ່າ ໃນການພົວພັນຮ່ວມມືລະຫວ່າງສອງປະເທດ, ຝ່າຍ UAE ກຳນົດສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານ ຫວຽດນາມ - UAE (CEPA) ຈະແມ່ນໜຶ່ງໃນສາມເສົາຄ້ຳບຸລິມະສິດແຕ່ນີ້ຮອດປີ 2030 ແລະ ໃນໄລຍະຕໍ່ໄປ.

        ທ່ານເອກອັກຄະລັດຖະທູດ ຫງວຽນແມ້ງຕວັນ ຖືວ່າ: ໃນ 30 ປີຜ່ານມາ, ການພົວພັນມິດຕະພາບ ແລະ ການຮ່ວມມືສອງຝ່າຍນັບມື້ນັບພັດທະນາຢ່າງຕັ້ງໜ້າໃນຫຼາຍຂົງເຂດ: ການເມືອງ, ການທູດ, ການຄ້າ, ການລົງທຶນ, ແຮງງານ ແລະ ການທ່ອງທ່ຽວ. ຜ່ານການຮັກສາການແລກປ່ຽນຄະນະຜູ້ແທນ ແລະ ສຳຜັດຂັ້ນສູງນັ້ນ, ການພົວພັນດ້ານການເມືອງລະຫວ່າງສອງປະເທດນັບມື້ນັບໃກ້ຊິດສະໜິດສະໜົມ ແລະ ໄວ້ເນື້ອເຊື່ອໃຈຫຼາຍກ່ວາອີກ. ສອງປະເທດມີບັນດາຄວາມສາມາດບົ່ມຊ້ອນ, ທ່າແຮງເພີ່ມເຕີມ, ໜູນຊ່ວຍເຊິ່ງກັນ ແລະ ກັນ. CEPA ມີຜົນສັກສິດຈະຊ່ວຍໃຫ້ບັນດາວິສາຫະກິດ ຫວຽດນາມ ແລະ UAE ມີເງື່ອນໄຂແຊກຊຶມຕະຫຼາດຂອງກັນໃຫ້ສະດວກກ່ວາ, ນຳມາເຊິ່ງຜົນປະໂຫຍດໃຫ້ທັງສອງຝ່າຍ.

ຕອບກັບ

ຂ່າວ/ບົດ​ອື່ນ