30 ວັນ​ຢ່າງ​ລຽນ​ຕິດ​ຫວຽດ​ນາມ​ບໍ່​ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ Covid – 19 ໃນ​ຊຸມ​ຊົນ

(VOVWORLD) - ໄລ່ມາຮອດປັດຈຸບັນ, ຫວຽດນາມໄດ້ກ້າວເຂົ້າສູ່ວັນທີ 30 ຢ່າງລຽນຕິດທີ່ ບໍ່ມີຜູ້ຕິດເຊື້ອພະຍາດ Covid – 19 ໃນຊຸມຊົນ.
30 ວັນ​ຢ່າງ​ລຽນ​ຕິດ​ຫວຽດ​ນາມ​ບໍ່​ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ Covid – 19 ໃນ​ຊຸມ​ຊົນ - ảnh 1ພາບປະກອບ: ກະຊວງສາທາລະນະສຸກ 

ຕາມຕົວເລກຂອງກະຊວງສາທາລະນະສຸກຫວຽດນາມແລ້ວ, ປັດຈຸບັນ ຫວຽດນາມມີຍອດຈຳນວນຜູ້ຕິດເຊື້ອພະຍາດCovid – 19 ທັງໝົດແມ່ນ 314 ຄົນ, ໃນນັ້ນ ມີ 260 ຄົນໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ.

ກະຊວງສາທາລະນະສຸກໃຫ້ຮູ້ວ່າ: ໄລ່ຮອດເວລາ 18 ໂມງຂອງວັນທີ 15 ພຶດສະພາ ຫາເວລາ 6 ໂມງຂອງວັນທີ 16 ພຶດສະພາ, ມີຜູ້ຕິດເຊື້ອພະຍາດ Covid – 19 ໃໝ່ຕື່ມອີກ1ຄົນ ໂດຍເປັນຜູ້ໂດຍສານໃນຖ້ຽວບິນ VN0062 ກັບມາປະເທດໃນວັນທີ 13 ພຶດສະພາ, ແລະໄດ້ຮັບການແຍກຕົວເພື່ອປິ່ນປົວຕ່າງຫາກພາຍຫຼັງເຂົ້າເມືອງແລ້ວ.

ແລະກໍ່ໃນວັນທີ 16 ພຶດສະພາ (ຕາມເວລາ ຫວຽດນາມ), ຖ້ຽວບິນທີ 2 ທີ່ນຳສົ່ງພົນລະເມືອງ ຫວຽດນາມຖືກຕົກຄ້າງຢູ່ອາເມລິກາຍ້ອນໂລກລະບາດ Covid ໄດ້ກັບມາປະເທດ. ພົນລະເມືອງ ຫວຽດນາມ 314 ຄົນໃນຖ້ຽວບິນດັ່ງກ່າວນັ້ ສ່ວນຫຼາຍແມ່ນນັກຮຽນ ແລະ ນັກສຶກສາ. ທັງຜູ້ມີອາຍຸສູງ ແລະ ເດັກເກີດໃໝ່.

ໄລ່ຮອດເວລາ 6 ໂມງຂອງວັນທີ 16 ພຶດສະພາ: ຫວຽດນາມມີຈຳນວນຜູ້ຕິດເຊື້ອທີ່ມາຈາກຕ່າງປະເທດທັງໝົດແມ່ນ 174 ຄົນ ແລະ ໄດ້ຮັບການແຍກຕົວປິ່ນປົວຕ່າງຫາກ.

ຕາມເວັບໄຊສະຖິຕິ worldometar.info ໄລ່ຮອດເວລາ 22 ໂມງຂອງວັນທີ 15 ພຶດສະພາ (ຕາມເວລາຫວຽດນາມ), ໂລກຢັ້ງຢືນມີຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ທັງໝົດແມ່ນ 4.569,064ຄົນ. ປັດຈຸບັນໂລກລະບາດໄດ້ແຜ່ລາມອອກສູ່ 213 ປະເທດ ແລະ ເຂດແຄ້ວນ.

ອາເມລິກາຍັງຄົມແມ່ນໃຈກາງແຜ່ລະບາດ ຂອງໂລກດ້ວຍຈຳນວນຜູ້ຕິດເຊື້ອ ແມ່ນ 1.460.988 ຄົນ ແລະ ມີຜູ້ເສຍຊີວິດແມ່ນ 87.025 ຄົນ.ຖັດຈາກນັ້ນແມ່ນແອັດສະປາຍດ້ວຍຈຳນວນຜູ້ຕິດເຊື້ອພະຍາດແມ່ນ 274.367 ຄົນ ແລະ ຜູ້ເສຍຊີວິດແມ່ນ 27.459 ຄົນ. ລັດເຊີຍມີ ຜູ້ຕິດເຊື້ອພະຍາດ ແມ່ນ 262.843 ຄົນ ແລະ ຜູ້ເສຍຊີວິດແມ່ນ 2418 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ