32ວັນຢ່າງລຽນຕິດທີ່ຫວຽດນາມບໍ່ມີກໍລະນີຕິດເຊື້ອໂຄວິດ-19 ໃນວົງຄະນະຍາດ

(VOVWORLD) -ຕາມແຫຼ່ງຂາວລົງໃນເວລາ 6 ໂມງຂອງວັນທີ 18 ພຶດສະພາ ຈາກຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ໃຫ້ຮູ້ວ່າ ຫວຽດນາມ ໄດ້ກ້າວເຂົ້າມື້ທີ 32ທີ່ບໍ່ມີກໍລະນີຕິດເຊື້ອໂຄວິດ-19 ໃນວົງຄະນະຍາດ.
32ວັນຢ່າງລຽນຕິດທີ່ຫວຽດນາມບໍ່ມີກໍລະນີຕິດເຊື້ອໂຄວິດ-19 ໃນວົງຄະນະຍາດ - ảnh 1ພາບປະກອບ: ສາທາລະນະສຸກ 

ມາຮອດຈຸດເວລານີ້ໄດ້ມີ260/320 ກໍລະນີ ໄດ້ຮັບການປິ່ນປົວຫາຍດີ, ແລະ ໄດ້ອອກໂຮງໝໍແລ້ວ.  ປະຈຸບັນ, ຍັງມີ 60 ກໍລະນີ ພວມໄດ້ຮັບການປິ່ນປົວຢູ່ 10 ໂຮງໝໍຂັ້ນສູນກາງ ແລະ ຂັ້ນແຂວງ. ບັນດາກໍລະນີດັ່ງກ່າວລ້ວນແຕ່ມີສຸຂະພາບເປັນປົກກະຕິ. ໃນນັ້ນມີ 14 ກໍລະນີມີຜົນການ ວິໄຈເປັນລົບຄັ້ງໜຶ່ງຂຶ້ນໄປສຳລັບໄວຣັດ SARS-CoV-2.

ຕອບກັບ

ຂ່າວ/ບົດ​ອື່ນ