33 ​ມື້ຢ່າງ​ລຽນຕິດ ຫວຽດນາມ​ບໍ່​ພົບ​ກໍລະນີ​ຕິດ​ເຊື້ອ​​ພະຍາດ​ໂຄ​ວິດ - 19 ​ໃໝ່​ໃນ​ວົງ​ຄະນະ​ຍາດ​ຕື່ມ​ອີີກ

(VOVWORLD) -ໄລ່ຮອດເວລາ 6 ໂມງເຊົ້າຂອງວັນທີ 19 ພຶດສະພາ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ທັງໝົດ ແມ່ນ 324 ຄົນ.

        ຄະນະຊີ້ນໍາແຫ່ງຊາດກ່ຽວກັບວຽກງານປ້ອງກັນ ແລະ ສະກັດກັ້ນໂລກລະບາດໂຄວິດ - 19 ໃຫ້ຮູ້ວ່າ: ໄລ່ຮອດເວລາ 6 ໂມງເຊົ້າຂອງວັນທີ 19 ພຶດສະພາ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ທັງໝົດ ແມ່ນ 324 ຄົນ, ໃນນັ້ນ ມີຜູ້ຕິດເຊື້ອຈໍານວນ 263 ຄົນ ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ. ເປັນອັນວ່າ, 33 ມື້ຜ່ານມາ, ຫວຽດນາມ ບໍ່ພົບກໍລະນີຕິດເຊື້ອພະຍາດໂຄວິດ - 19 ໃໝ່ໃນວົງຄະນະຍາດຕື່ມອີກ. ໄລ່ຮອດປັດຈຸບັນ, ຫວຽດນາມ ມີທັງໝົດ 184 ກໍລະນີຕິດເຊື້ອແມ່ນກັບມາຈາກຕ່າງປະເທດ ແລະ ໄດ້ປະຕິບັດການແຍກຕົວພາຍຫຼັງເຂົ້າເມືອງໃນທັນທີ. 

ຕອບກັບ

ຂ່າວ/ບົດ​ອື່ນ