4 ວັນຢ່າງລຽນຕິດຫວຽດນາມ ບໍ່ມີຜູ້ຕິດເຊື້ອໂຄວິດ-19 ຄົນໃໝ່

(VOVWORLD) -ຕາມຂໍ້ມູນຈາກກະຊວງສາທາລະນະສຸກຫວຽດນາມ ແລ້ວ, ຮອດເວລາ 6 ໂມງຂອງວັນທີ 20 ເມສາ, ຄົບ 4 ມືຢ່າງລຽນຕິດ ຫວຽດນາມ ບໍ່ມີກໍລະນີຕິດເຊື້ອໂຄວິດ-19 ຄົນໃໝ່ຕື່ມອີກ.
4 ວັນຢ່າງລຽນຕິດຫວຽດນາມ ບໍ່ມີຜູ້ຕິດເຊື້ອໂຄວິດ-19 ຄົນໃໝ່ - ảnh 1 (ພາບປະກອບ: TTXVN)

ສະນັ້ນ, ມາຮອດປະຈຸບັນ, ຈຳນວນຜູ້ຕິດໄວຣັດ SARS-CoV-2 ຢູ່ຫວຽດນາມ ຍັງແມ່ນ 286 ກໍລະນີ, ໃນນັ້ນ 160 ກໍລະນີແມ່ນມາຈາກຕ່າງປະເທດ ແລະ 108 ກໍລະນີ ຕິດແປດໃນຊຸມຊົນ. ມີ 203 ກໍລະນີຕິດໂລກລະບາດໂຄວິດ-19 ໄດ້ຮັບປະກາດປິ່ນປົວຫາຍດີເປັນປົກກະຕິແລ້ວ. ເຖິງຢ່າງໃດກໍ່ຕາມ, ມີ 1 ກໍລະນີພາຍຫຼັງໄດ້ປະກາດປິ່ນປົວຫາຍດີເປັນປົກກະຕິແລ້ວພັດຕິດເຊື້ອຄືນອີກ, ນັ້ນແມ່ນຄົນເຈັບທີ 188. ຄົນເຈັບ 188 ໄດ້ຖືກສົ່ງໄປຍັງໂຮງໝໍເຂດຮ້ອນສູນກາງ ສາຂາ 2 ເພື່ອສືບຕໍ່ຕິດຕາມ, ປິ່ນປົວ ແລະ ພວມມີອາການສຸຂະພາບເປັນປົກກະຕິ.

ຕອບກັບ

ຂ່າວ/ບົດ​ອື່ນ