4 ເດືອນ​ຕົ້ນ​ປີ 2021, ການ​ສົ່ງ​ອອກ​ສິນ​ໃນ​ນ້ຳ​ຂອງ ຫວຽດ​ນາມ ບັນ​ລຸ 2,39 ຕື້ USD

(VOVWORLD) -ປັດຈຸບັນ, ອາເມລິກາ, ຈີນ ແລະ ສ.ເກົາຫຼ ີສືບຕໍ່ແມ່ນ 4 ຕະຫຼາດນຳເຂົ້າສິນໃນນ້ຳແຖວໜ້າຂອງ ສິນໃນນ້ຳ ຫວຽດນາມ ໃນຊຸມເດືອນຜ່ານມາ, ກວມເອົາກ່ວາ 57% ຍອດມູນຄ່າສົ່ງອອກສິນໃນນ້ຳ. ສິ່ງທີ່ເປັນໜ້າຮັບຮູ້ ນັ້ນແມ່ນ ໃນ 3 ເດືອນຕົ້ນປີ 2021, ມູນຄ່າສົ່ງອອກສິນໃນນ້ຳເພີ່ມຂຶ້ນຢູ່ບັນດາຕະຫຼາດເກືອບທັງໝົດ.
4 ເດືອນ​ຕົ້ນ​ປີ 2021, ການ​ສົ່ງ​ອອກ​ສິນ​ໃນ​ນ້ຳ​ຂອງ ຫວຽດ​ນາມ ບັນ​ລຸ 2,39 ຕື້ USD - ảnh 1ພາບປະກອບ: baodautu.com

ຕາມກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ແລ້ວ, ໃນເດືອນ ເມສາ ປີ 2021, ມູນຄ່າສົ່ງອອກສິນໃນນ້ຳຂອງ ຫວຽດນາມ ບັນລຸລະດັບ 650 ລ້ານ USD, ນຳມູນຄ່າສົ່ງອອກສິນໃນນ້ຳໃນ 4 ເດືອນຕົ້ນປີ 2021 ບັນລຸລະດັບ 2,39 ຕື້ USD, ເພີ່ມຂຶ້ນ 6,1% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

ປັດຈຸບັນ, ອາເມລິກາ, ຈີນ ແລະ ສ.ເກົາຫຼ ີສືບຕໍ່ແມ່ນ 4 ຕະຫຼາດນຳເຂົ້າສິນໃນນ້ຳແຖວໜ້າຂອງ ສິນໃນນ້ຳ ຫວຽດນາມ ໃນຊຸມເດືອນຜ່ານມາ, ກວມເອົາກ່ວາ 57% ຍອດມູນຄ່າສົ່ງອອກສິນໃນນ້ຳ. ສິ່ງທີ່ເປັນໜ້າຮັບຮູ້ ນັ້ນແມ່ນ ໃນ 3 ເດືອນຕົ້ນປີ 2021, ມູນຄ່າສົ່ງອອກສິນໃນນ້ຳເພີ່ມຂຶ້ນຢູ່ບັນດາຕະຫຼາດເກືອບທັງໝົດ. ໃນນັ້ນ, ຕະຫຼາດມີມູນຄ່າສົ່ງອອກເພີ່ມຂຶ້ນຢ່າງແຮງທີ່ສຸດນັ້ນແມ່ນ: ລັດເຊຍ ຖັດຈາກນັ້ນແມ່ນ ອາເມລິກາ, ຍີ່ປຸ່ນ, EU…

ຕອບກັບ

ຂ່າວ/ບົດ​ອື່ນ