40 ປະເທດ ຮຽກຮ້ອງໃຫ້ ອິດສະຣາແອນ ຍົກເລິກບັນດາມາດຕະການລົງໂທດແນໃສ່ ປາແລດສະຕິນ

(VOVWORLD) - ພ້ອມທັງສະແດງຄວາມວິຕົກວັງວົນກ່ຽວກັບຄຳຕັດສິນຂອງລັດຖະບານ ອິດສະຣາແອນ ຈັດວາງບັນດາມາດຕະການລົງໂທດ ປາແລດສະຕິນ ພາຍຫຼັງທີ່ ປາແລດສະຕິນ ຮຽກຮ້ອງໃຫ້ ICJ ...
40 ປະເທດ ຮຽກຮ້ອງໃຫ້ ອິດສະຣາແອນ ຍົກເລິກບັນດາມາດຕະການລົງໂທດແນໃສ່ ປາແລດສະຕິນ - ảnh 1ກິດຈະກຳກໍ່ສ້າງເຂດຕັ້ງຖິ່ນຖານໂຄງທີ່ຢຸ່ຈໍແດນ
(ພາບ:AFP/TTXVN)

ວັນທີ 16 ມັງກອນ, ມີສະມາຊິກ ສປຊ ປະມານ 40 ປະເທດ ໄດ້ຮຽກຮ້ອງໃຫ້ ອິດສະຣາແອນ ຍົກເລິກບັນດາມາດຕະການລົງໂທດເພື່ອເລັ່ງໃສ່ ປາແລດສະຕິນ. ໃນຖະແຫຼງການຕໍ່ວົງການນັກຂ່າວ, ບັນດາປະເທດນີ້ໄດ້ຢັ້ງຢືນຄືນໃໝ່ “ການສະໜັບສະໜູນທີ່ໝັ້ນແກ່ນ” ຂອງເຂົາເຈົ້າຕໍ່ສານຍຸຕິທຳສາກົນ (ICJ) ແລະ ກົດໝາຍສາກົນ. ພ້ອມທັງສະແດງຄວາມວິຕົກວັງວົນກ່ຽວກັບຄຳຕັດສິນຂອງລັດຖະບານ ອິດສະຣາແອນ ຈັດວາງບັນດາມາດຕະການລົງໂທດ ປາແລດສະຕິນ ພາຍຫຼັງທີ່ ປາແລດສະຕິນ ຮຽກຮ້ອງໃຫ້ ICJ ຍົກອອກທັດສະນະກ່ຽວກັບການກະທຳຂອງ ອິດສະຣາແອນ ຕໍ່ບັນດາເຂດແຄ້ວນທາງທິດຕາເວັນຕົກແມ່ນ້ຳຈໍແດນ.

        ບັນດາປະເທດຮຽກຮ້ອງໃຫ້ ອິດສະຣາແອນ ຍົກເລິກບັນດາມາດຕະການລົງໂທດນີ້. ຄາດວ່າ, ສະພາຄວາມໝັ້ນຄົງ ສປຊ ຈະໂຮມປະຊຸມກ່ຽວກັບບັນຫາ ປາແລດສະຕິນ ໃນວັນທີ 18 ມັງກອນຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ