43ລ້ານຄົນຢູ່ຫວຽດນາມຫລຸດພົ້ນອອກຈາກຄວາມອຶດຫິວທຸກຍາກ

43ລ້ານຄົນຢູ່ຫວຽດນາມຫລຸດພົ້ນອອກຈາກຄວາມອຶດຫິວທຸກຍາກ - ảnh 1
ພາບ​ປະ​ກອບ:internet

(vovworld)- 43 ລ້າ​ນ​ຄົນ​ຢູ່​ຫວຽດ​ນາມ​ຫລຸດ​ພົ້ນ​ອອກ​ຈາກ​ຄວາມ​ອຶດ​ຫິວ​ທຸກ​ຍາກ, ​ນັ້ນ​ແມ່ນ​ຕົວ​ເລກ​ທີ່ ລັດ​ຖະ​ບານຫວຽດ​ນາມ ແລະ ສ​ປ​ຊ ໄດ້​ຍົກ​ອອກ​ໃນ​ພິ​ທີ​ປະ​ກາດ “ໝາກ​ຜົນ 15 ປີ​ແຫ່ງ​ການ​ປະ​ຕິ​ບັດ​ເປົ້າ​ໝາຍ​ສະ​ຫັດ​ສະ​ວັດ​ຢູ່ ຫວຽດ​ນາມ” ໂດຍ​ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ​ຫວຽດ​ນາມ ຈັດ​ຕັ້ງ​ໃນ​ຕອນ​ເຊົ້າ​ວັນ​ທີ 21/9 ຢູ່ ຮ່າ​ໂນ້ຍ. ຕາມ​ບົດ​ລາຍ​ງານ​ທີ່​ພິ​ທີ, ໄລ​ຍະ 15 ປີ ແຕ່​ປີ 2001-2015, ການຈະ​ເລີນ​ເຕີບ​ໂຕ​ເສດ​ຖະ​ກິດ​ຂອງ​ຫວຽດ​ນາມ ​ບັນ​ລຸ​ໃນ​ລະ​ດັບ​ສູງ​ພໍ​ສົມ​ຄວນ, ສະ​ເພາະ ໄລ​ຍະ 2000-2008, ບັນ​ລຸ​ສະ​ເລ່ຍກວ່າ 7%/ປ​ີ. ຫວຽດ​ນາມ ໄດ້​ສຳ​ເລັດ​ເປົ້າ​ໝາຍ​ສະ​ຫັດ​ສະ​ວັດ​ຄື: ລົບ​ລ້າງ​ຄວາມ​ອຶດ​ຫິວ​ທຸກ​ຍາກ, ບັນ​ລຸ​ການ​ສຶກ​ສາ​ຂັ້ນ​ປະ​ຖົມ​ພາກ​ບັງ​ຄັບ, ຊຸກ​ຍູ້​ຄວາມ​ສະ​ເຫມີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ບັນ​ລຸ​ຄວາມ​ຄືບ​ຫນ້າ​ໃນ​ບັນ​ດາ​ຄາດ​ໝາຍ​ດ້ານ​ສາ​ທາ​ລະ​ນະ​ສຸກ. ທ່ານ ຫງວຽນ​ຈີ​ຢູງ, ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ ຫວຽດ​ນາມ ໃຫ້​ຮູ້​ວ່າ:

        “ ຫລັງ​ປີ 2015, ຫ​ວຽດ​ນາມ ສືບ​ຕໍ່​ສຸມ​ໃສ່​ມາ​ນະ​ພະ​ຍາ​ຍາມ​ຮັກ​ສາ ແລະ ຍົກ​ສູງ​ບັນ​ດາ​ໝາກ​ຜົນ​ທີ່​ບັນ​ລຸ​ໄດ້ ພ້ອມ​ທັງ​ກ້າວ​ໄປ​ເຖິງ​ຮູບ​ແບບ​ການ​ເຕີບ​ໂຕຢ່າງ​ໝັ້ນ​ຄົງ. ຫວຽດ​ນາມ ຄວນ​ລະ​ດົມ​ແຫລ່ງ​ກຳ​ລັງ ເພື່ອ​ນຳ​ມາ​ເຊິ່ງ​ບັນ​ດາ​ຜົນ​ງານ​ໃຫຍ່​ຫລວງກວ່າ​ກ່ຽວ​ກັບ​ການ​ເຕີບ​ໂຕ​ເສດ​ຖະ​ກິດ ແລະ ການ​ລົບ​ລ້າງ​ຄວາມ​ອຶດ​ຫິວ​ທຸກ​ຍາກ.”

        ທ່ານ​ນາງ Pratibha Mehta, ຜູ້​ປະ​ສານ​ງານ​ ສ​ປ​ຊ ປະ​ຈຳ ຫວຽດ​ນາມ ເນັ້ນ​ຫນັກ​ວ່າ: ສ​ປ​ຊ ຍາມ​ໃດ​ກໍ​ພ້ອມ​ແລ້ວ​ຫນູນ​ຊ່ວຍ​ລັດ​ຖະ​ບານ, ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ພົນ​ລະ​ເຮືອນ ແລະ ພາກ​ເອ​ກະ​ຊົນ, ຊ່ວຍ​ຫວຽດ​ນາມ ປະ​ຕິ​ບັດ​ບັນ​ດາ​ເປົ້າ​ໝາຍ​ສະ​ຫັດ​ສະ​ວັດ​ແບບ​ຍືນ​ຍົງ ແລະ ສືບ​ຕໍ່​ບັນ​ລຸ​ບັນ​ດາ​ຜົນ​ງານ​ໃຫມ່.

 

ຂ່າວ/ບົດ​ອື່ນ