45 ວັນ​ຢ່າງ​ລຽນ​ຕິດ, ຫວຽດ​ນາມ ບໍ່​ມີ​ຜູ້​ຕິດ​ເຊື້ອ​ໂຄວິດ - 19 ໃນ​ຊຸມ​ຊົນ

(VOVWORLD) -ທົ່ວປະເທດມີຜູ້ຕິດເຊື້ອພຽງ 328 ຄົນ, ໃນນັ້ນ ມີ 188 ກໍລະນີ ເຂົ້າເມືອງຈາກຕ່າງປະເທດ ແລະ ໄດ້ຖືກແຍກຕົວໂດຍທັນທີ.
45 ວັນ​ຢ່າງ​ລຽນ​ຕິດ, ຫວຽດ​ນາມ ບໍ່​ມີ​ຜູ້​ຕິດ​ເຊື້ອ​ໂຄວິດ - 19 ໃນ​ຊຸມ​ຊົນ - ảnh 1(ພາບປະກອບ: ກະຊວງສາທາລະນະສຸກ) 

ຕາມຂ່າວຈາກຄະນະຊີ້ນຳແຫ່ງຊາດກ່ຽວກັບວຽກງານປ້ອງກັນ ແລະ ສະກັດກັ້ນໂລກລະບາດໂຄວິດ - 19, ເມື່ອຕອນເຊົ້າວັນທີ 31 ພຶດສະພາ ໃຫ້ຮູ້ວ່າ ໃນ 45 ວັນຢ່າງລຽນຕິດ, ຫວຽດນາມບໍ່ພົບຜູ້ຕິດເຊື້ອພະຍາດໂຄວິດ - 19 ໃນຊຸມຊົນ (ນັບແຕ່ເວລາ 18 ໂມງຂອງວັນທີ 16 ເມສາ ຫາ ເວລາ 6 ໂມງ ຂອງວັນທີ 31 ພຶດສະພາ). ທົ່ວປະເທດມີຜູ້ຕິດເຊື້ອພຽງ 328 ຄົນ, ໃນນັ້ນ ມີ 188 ກໍລະນີ ເຂົ້າເມືອງຈາກຕ່າງປະເທດ ແລະ ໄດ້ຖືກແຍກຕົວໂດຍທັນທີ.

        ມາຮອດປັດຈຸບັນ, ຫວຽດນາມ ໄດ້ປິ່ນປົວໃຫ້ຄົນເຈັບ 279 ຄົນ ຫາຍດີ, ກວມເອົາ 85% ຍອດຈຳນວນຜູ້ຕິດເຊື້ອໂຄວິດ - 19, ຄົນເຈັບ 49 ຄົນທີ່ຍັງເຫຼືອພວມໄດ້ຮັບການປິ່ນປົວຢູ່ໂຮງໝໍຂັ້ນແຂວງ, ຂັ້ນສູນກາງ ດ້ວຍອາກາດສຸຂະພາບປົກກະຕິ. ໃນຈຳນວນດັ່ງກ່າວ ມີ 9 ຄົນ ມີຜົນວິໄຈເປັນລົບ ຄັ້ງ ທີ 1  ແລະ ມີ 17 ຄົນ ມີຜົນວິໄຈເປັນລົບ 2 ເທື່ອຂຶ້ນໄປ.

ຕອບກັບ

ຂ່າວ/ບົດ​ອື່ນ