48 ມ​ື້​ແລ້​ວ ທີ່​ຫວຽດ​ນາມບ​ໍ່​ພົບ​ຜູ້ຕິດ​ເຊື້ອ​ພະ​ຍາດ Covid – 19 ໃນ​ຊຸມ​ຊົນ

(VOVWORLD) -ຕອນເຊົ້າວັນທີ 20 ຕຸລາ, ກະຊວງສາທາລະນະສຸກ ຫວຽດນາມ ຢັ້ງຢືນບໍ່ພົບຜູ້ຕິດເຊື້ອພະຍາດ Covid – 19. ດັ່ງນັ້ນ, ໄດ້ 48 ມື້ແລ້ວ ທີ່ຫວຽດນາມ ບໍ່ພົບຜູ້ຕິດເຊື້ອພະຍາດ Covid – 19 ໃນຊຸມຊົນ.

48 ມ​ື້​ແລ້​ວ ທີ່​ຫວຽດ​ນາມບ​ໍ່​ພົບ​ຜູ້ຕິດ​ເຊື້ອ​ພະ​ຍາດ Covid – 19 ໃນ​ຊຸມ​ຊົນ - ảnh 148 ມື້ແລ້ວ ທີ່ຫວຽດນາມບໍ່ພົບຜູ້ຕິດເຊື້ອພະຍາດ Covid – 19 ໃນຊຸມຊົນ 

(ພາບ: ກະຊວງສາທາລະນະສຸກ ຫວຽດນາມ)

ປັດຈຸບັນ, ຫວຽດນາມ ມີຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ທັງໝົດແມ່ນ 1140 ຄົນ, ໃນນັ້ນມີ ຜູ້ໄດ້ຮັບການປິ່ນປົວຫາຍດີ1046 ຄົນ, ມີຜູ້ເສຍຊີວິດ 35 ຄົນ.

ຕາມບົດລາຍງານຢູ່ກອງປະຊຸມທາງອອນລາຍຂອງຄະນະປະຈຳລັດຖະບານໃນວັນທີ 19 ຕຸລາ, ທ່ານ ຫງວຽນແທັງລອງຮັກສາການລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ ຫວຽດນາມສາມາດ ຄວບຄຸມບ່ອນເກີດລະບາດໄດ້ໂດຍພື້ນຖານ. ເຖິງຢ່າງໃດກໍຕາມ, ຄວາມສ່ຽງເກີດໂລກລະບາດ Covid – 19 ຍາມໃດກໍ່ຍັງມີຢູ່, ພິເສດແມ່ນເມື່ອເພີ່ມເຕີມຈຳນວນຖ້ຽວບິນຈັດສົ່ງພົນລະເມືອງຫວຽດນາມ ແລະ ນັກຊ່ຽວຊານກັບມາປະເທດ (ໃນນັ້ນມີບັນດາຖ້ຽວບິນການຄ້າ, ສາກົນ).

ຕອບກັບ

ຂ່າວ/ບົດ​ອື່ນ