5 ປະ​ເທດ ອີ​ຢູ ອະ​ນຸ​ຍາດ​ຜະ​ລິດ​ຕະ​ພັນ​ຂອງ ຢູ​ແກຼນ ຜ່ານ​ປະ​ເທດ​ຕົນ

(VOVWORLD) - ວັນທີ 28 ເມສາ, ທ່ານ Valdis Dombrovskis ກຳມະການການຄ້າ ອີຢູ ໃຫ້ຮູ້ວ່າ ບຸນກາຣີ, ຮຸງກາຣີ, ໂປໂລຍ, ຣູມານີ ແລະ ສະໂລວາກີ ບັນລຸໄດ້ຂໍ້ຕົກລົງວ່າດ້ວຍການອະນຸຍາດໃຫ້ຜະລິດຕະພັນກະເສດຂອງ ຢູແກຼນ ສົ່ງອອກຜ່ານປະເທດຕົນ.
5 ປະ​ເທດ ອີ​ຢູ ອະ​ນຸ​ຍາດ​ຜະ​ລິດ​ຕະ​ພັນ​ຂອງ ຢູ​ແກຼນ ຜ່ານ​ປະ​ເທດ​ຕົນ - ảnh 1

 ຊາວກະສິກອນ ຢູແກຼນ ເກັບກຽວເຂົ້າບະເລ (ພາບ: AFP/TTXVN)

      ຂໍ້ຕົກລົງສະບັບນີ້ ຈະລົບລ້າງບັນດາມາດຕະການຝ່າຍດຽວຂອງ ໂປໂລຍ, ສະໂລວາກີ,  ຮຸງກາຣີ, ບຸນກາຣີ, ບັນດາມາດຕະການປ້ອງກັນຕົວພິເສດສຳລັບເຂົ້າບະເລ, ສາລີ, ແກ່ນຕະເວັນ, ແກ່ນຜັກກາດ ພ້ອມທັງປ່ອຍບ້ວງເງິນໜູນຊ່ວຍທີ່ມີມູນຄ່າ 100 ລ້ານ ເອີໂຣ ໃຫ້ແກ່ຊາວກະສິກອນທີ່ຖືກຜົນສະທ້ອນຈາກ 5 ປະເທດສະມາຊິກ. ເຈົ້າໜ້າທີ່ ອີຢູ ທ່ານນີ້ ໄດ້ໃຫ້ຮູ້ວ່າ ຝ່າຍຕ່າງໆ ໄດ້ເຄື່ອນໄຫວເພື່ອແກ້ໄຂຄວາມສົນໃຈຂອງທັງຊາວກະສິກອນຢູ່ບັນດາປະເທດບ້ານໃກ້ເຮືອນຄຽງ ອີຢູ ແລະ ຢູແກຼນ.

   ປະຈຸບັນ, ການປະທະກັນລະຫວ່າງ ລັດເຊຍ-ຢູແກຼນ ໄດ້ສົ່ງຜົນກະທົບຕໍ່ການສົ່ງອອກທັນຍາຫານຂອງ ຢຸແກຼນ ຜ່ານທະເລດຳ. ກີແອບ ຕ້ອງສົ່ງອອກດ້ວຍທາງບົກຜ່ານ ບັນດາປະເທດບ້ານໃກ້ເຮືອນຄຽງ. ບັນດາປະເທດສະມາຊິກ ອີຢູ ໄດ້ຕົກລົງອະນຸຍາດໃຫ້ນຳເຂົ້າຜະລິດຕະພັນກະເສດຈຳນວນໜຶ່ງຈາກ ຢຸແກຼນ ແລະ ບໍ່ຈຳກັດດ້ານປະລິມານ ແລະ ບໍ່ນຳໃຊ້ລະບຽບພາສີອາກອນ.

ຕອບກັບ

ຂ່າວ/ບົດ​ອື່ນ