5 ປະເທດລົງນາມສົນທິສັນຍາກ່ຽວກັບລະບຽບການທະເລ Caspian

(VOVWORLD) - ພາຍຫຼັງການລົງນາມສົນທິສັນຍາ, ການນຳ 5 ປະເທດໃນພາກພື້ນໄດ້ກ່າວສະແດງຄວາມຊົມເຊີຍ, ພ້ອມທັງຖືນີ້ແມ່ນເຫດການປະຫວັດສາດ.

5 ປະເທດລົງນາມສົນທິສັນຍາກ່ຽວກັບລະບຽບການທະເລ Caspian - ảnh 1 ການນຳ 5 ປະເທດເຂົ້າຮ່ວມກອງປະຊຸມ

(ພາບ:AFP/TTXVN)

ທີ່ກອງປະຊຸມສຸດຍອດເຂດ Caspian ຄັ້ງທີ 5, ຊຶ່ງຈັດຕັ້ງໃນວັນທີ 12 ສິງຫາ ຢູ່ນະຄອນ Aktau (ປະເທດ ກາຢັກສະຖານ), ບັນດາການນຳຂອງ 5 ປະເທດເຂດທະເລ Caspian (ເຊິ່ງລວມມີ: ອາແຊກໄບຢານ, ອີຣານ, ກາຢັກສະຖານ, ລັດເຊຍ ແລະ ຕວກເມນິດສະຖານ) ໄດ້ລົງນາມສົນທິສັນຍາທີ່ມີລັກສະນະບາດລ້ຽວ ກ່ຽວກັບດ້ານລະບຽບການທະເລ Caspian ເພື່ອແນໃສ່ຫລຸດຜ່ອນຄວາມເຄັ່ງຕຶງໃນພາກພື້ນ ກໍ່ຄືເປີດຊ່ອງທາງໃຫ້ແກ່ບັນດາໂຄງການສຳຫຼວດ, ຂຸດຄົ້ນນ້ຳມັນ ແລະ ອາຍແກຼັດ.

        ພາຍຫຼັງການລົງນາມສົນທິສັນຍາ, ການນຳ 5 ປະເທດໃນພາກພື້ນໄດ້ກ່າວສະແດງຄວາມຊົມເຊີຍ, ພ້ອມທັງຖືນີ້ແມ່ນເຫດການປະຫວັດສາດ. ທ່ານປະທານາທິບໍດີ ລັດເຊຍ Vladimir Putin ເນັ້ນໜັກເຖິງຄວາມສຳຄັນຂອງສົນທິສັນຍາສະບັບນີ້, ພ້ອມທັງກະຕຸກຊຸກຍູ້ບັນດາປະເທດໃນພາກພື້ນຊຸກຍູ້ການຮ່ວມມືດ້ານການທະຫານ. ເຖິງວ່າ, ທ່ານປະທານາທິບໍດີ ອີຣານ Hassan Rouhani ຖືນີ້ແມ່ນເອກະສານມີຄວາມສຳຄັນກໍ່ຕາມ, ຕາມນັ້ນແລ້ວ, ເມື່ອນຳທະເລ Caspian ພຽງຂຶ້ນກັບບັນດາປະເທດໃນພາກພື້ນເທົ່ານັ້ນ, ແຕ່ກໍ່ຍອມຮັບວ່າສົນທິສັນຍາຍັງບໍ່ສາມາດແກ້ໄຂທຸກໆຄວາມບໍ່ລົງລອຍກັນລະຫວ່າງບັນດາປະເທດໃນພາກພື້ນໄດ້ເທື່ອ.

ຕອບກັບ

ຂ່າວ/ບົດ​ອື່ນ