5 ເດືອນ​ຕົ້ນ​ປີ ສະ​ພາບ​ການ​ເສດ​ຖະ​ກິດ​ຫວຽດ​ນາມ ມີຫຼາຍ​ຈຸດ​ພົ້ນ​ເດັ່ນ

(VOVWORLD) - ຕອນເຊົ້າວັນທີ 29 ພຶດສະພາ, ຢູ່ຮ່າໂນ້ຍ, ກົມໃຫຍ່ສະຖະຕິປະກາດບົດລາຍງານເສດຖະກິດ - ສັງຄົມ ເດືອນພຶດສະພາ ແລະ 5 ເດືອນຕົ້ນປີ. ຫຼາຍຈຸດພົ້ນເດັ່ນໃນສະພາບການເສດຖະກິດ ຫວຽດນາມ  ຈະສ້າງປະຖົມປັດໄຈ ໃຫ້ແກ່ການເຕີບໂຕໃນຊຸມເດືອນທີ່ຍັງເຫຼືອຂອງປີນີ້.
5 ເດືອນ​ຕົ້ນ​ປີ ສະ​ພາບ​ການ​ເສດ​ຖະ​ກິດ​ຫວຽດ​ນາມ ມີຫຼາຍ​ຈຸດ​ພົ້ນ​ເດັ່ນ - ảnh 1(ພາບປະກອບ: TTXVN)

ລະອຽດແມ່ນ, ການຜະລິດອຸດສາຫະກຳໃນ ເດືອນພຶດສະພາ ສືບຕໍ່ຮັກສາທ່າເຕີບໂຕຢ່າງຕັ້ງໜ້າເມື່ອທຽບໃສ່ກັບເດືອນ ເມສາ. ຕົວເລກການຜະລິດທົ່ວຂະແໜງອຸດສາຫະກຳໃນເດືອນພຶດສະພາ ຄາດວ່າຈະເພີ່ມຂຶ້ນ 3,9% ເມື່ອທຽບໃສ່ກັບເດືອນ ເມສາ ແລະ ເພີ່ມຂຶ້ນ 8,9% ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2023. ໄລ່ລວມ 5 ເດືອນຕົ້ນປີ 2024, ຕົວເລກການຜະລິດທົ່ວຂະແໜງອຸດສາຫະກຳເພີ່ມຂຶ້ນ 6,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023. ຕົວເລກນີ້ເພີ່ມຂຶ້ນຢູ່ 55/63 ທ້ອງຖິ່ນໃນທົ່ວປະເທດ.ທ່ານ ຫງວຽນມິງຟອງ ນັກຊ່ຽວຊານດ້ານເສດຖະກິດ ໃຫ້ຂໍ້ສັງເກດວ່າ:

ຈຸດຕັ້ງໜ້າແມ່ນ ບັນດາໃບສັ່ງຊື້ສິນຄ້າຂອງບັນດາຂະແໜງອຸດສາຫະກຳຄື: ຕ່ຳແຜ່ນຕັດຫຍິບ, ເກີບໜັງ ໄດ້ເພີ່ມຂຶ້ນ, ພ້ອມທັງບັນດາຂະແໜງອຸດສາຫະກຳດີໃນປີກ່ອນປະສົບກັບຄວາມຫຍຸ້ງຍາກກ່ຽວກັບຕະຫຼາດ ສ່ວນໃນປີນີ້ ກໍ່ດີຂຶ້ນຫຼາຍແລ້ວ. ຈຸດຕັ້ງໜ້າໜຶ່ງອີກນັ້ນແມ່ນໃນຂົງເຂດການທ່ອງທ່ຽວ ແລະ ດຶງດູດການລົງທຶນຈາກຕ່າງປະເທດການເຕີບໂຕຢ່າງແຮງ, ສ້າງກຳລັງເພີ່ມເຕີມທີ່ດີໃຫ້ແກ່ການພັດທະນາເສດຖະກິດ.

ຕອບກັບ

ຂ່າວ/ບົດ​ອື່ນ