50ປະເທດໃຫ້ຄຳໝັ້ນສັນຍາຮັບເອົາຊາວອົບພະຍົບ

50ປະເທດໃຫ້ຄຳໝັ້ນສັນຍາຮັບເອົາຊາວອົບພະຍົບ - ảnh 1
ທ່ານ​ປະ​ທານ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ Barack Obama
(ພາບ: AP)

(vovworld) - ​​ວັນ​ທີ 20/09, ທ່ານ​ປະ​ທານ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ Barack Obama ໄດ້​ເປັນ​ປະ​ທານກອງ​ປະ​ຊຸມ​ຂັ້ນ​ສູງ​ກ່ຽວ​ກັບ​ວິ​ກິດ​ການ​ຊາວ​ອົບ​ພະ​ຍົບ​ທົ່ວ​ໂລກ ​ທີ່ສຳ​ນັກ​ງານ​ສະ​ຫະ​ປະ​ຊາ​ຊາ​ດ ຢູ່​ນິວ​ຢ​ອກ, ປະ​ເທດ​ອາ​ເມ​ລິ​ກາ. ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ Obama ໄດ້​ແຈ້ງ​ໃຫ້​ຊາບວ່າ, ໄດ້ມີ 50 ປະ​ເທດ​ໃຫ້​ຄຳ​ໝັ້​ນ​ສັນ​ຍາ​​ຮັບ​ເອົາຊາວ​ອົບ​ພະ​ຍົບ 360.000 ຄົນ​ໃນ​ປີນີ້, ເພີ່ມ​ຂຶ້ນ​ທົບ 2 ເທົ່າ​ເມື່ອ​ທຽນ​ໃສ່​ຕົວ​ເລກ​ປີ 2015. ທ່ານ Obama ໄດ້​ຕີ​ລາ​ຄາ​ສູງ​ເລື່ອງ ເຢຍ​ລະ​ມັນ, ກາ​ນາ​ດາ ແລະ ບາງ​ປະ​ເທດ​ອື່ນ ໄດ້​ເປີດ​ປະ​ຕູ​ດ່ານ​ຊາຍ​ແດນ​ເພື່ອ​ຕ້ອນ​ຮັບ​ຊາວ​ອົບ​ພະ​ຍົບ​ທີ່​ລົບ​ຫຼ​ີກ​ຈາກີ​ສົງ​ຄາມ​ຢູ່​ຊີຣີ ແລະ ​ການ​ປະ​ທະ​ກັນ​ອື່ນໆ.

        ກອງ​ປະ​ຊຸມ​ໄດ້​ເປັນ​ເອ​ກະ​ພາບ​ເກ້ຍກອມປະ​ຊາ​ຄົມ​ສາ​ກົນ​ເພີ່ມ 30% ຈຳ​ນວນ​ເງິນ​ອຸ​ປະ​ຖຳ​ໃຫ້​ບັນ​ດ​າ​ການ​ເຄື່ອນ​ໄຫວ​ມະ​ນ​ຸດ​ສະ​ທຳ​ໃນ​ໂລກ, ຈາກ 10 ຕື້ USD ໃນ​ປີ 2015 ຂຶ້ນ​ເຖິງ 14,5 ຕື້ USD ໃນ​ປີ 2016.

ຂ່າວ/ບົດ​ອື່ນ