53 ປີ​ທີ່​ຜ່ານ​ມາ, ອາ​ຊຽນ​ປະ​ກອບ​ສ່ວນ​ຢ່າງໃຫຍ່ຫຼວງ​ເຂົ້າໃນ​ການ​ເສີມ​ສ້າງ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ ວັດ​ທະ​ນາ​ຖາ​ວອນ​ຢູ່​ພ​າກ​ພື້ນ ແລະ ໃນ​ທົ່ວ​ໂລກ

(VOVWORLD) - ອາຊຽນໄດ້ປະກອບສ່ວນຫຼາຍພໍສົມຄວນເຂົ້າໃນການສ້າງສັນຕິພາບ, ສະຖຽນລະພາບ ແລະ ວັດທະນາຖາວອນຢູ່ພາກພື້ນ ແລະ ທົ່ວໂລກໃນໄລຍະ 53 ປີທີ່ຜ່ານມາ.
53 ປີ​ທີ່​ຜ່ານ​ມາ, ອາ​ຊຽນ​ປະ​ກອບ​ສ່ວນ​ຢ່າງໃຫຍ່ຫຼວງ​ເຂົ້າໃນ​ການ​ເສີມ​ສ້າງ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ ວັດ​ທະ​ນາ​ຖາ​ວອນ​ຢູ່​ພ​າກ​ພື້ນ ແລະ ໃນ​ທົ່ວ​ໂລກ - ảnh 1 ພາບປະກອບ: TTXVN

ນັ້ນແມ່ນຄຳເຫັນຂອງທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດລາວ ໃນພິທີຊັກທຸງເນື່ອງໃນໂອກາດສະເຫຼີມສະຫຼອງ 53 ປີແຫ່ງວັນສ້າງຕັ້ງອາຊຽນ (ວັນທີ 8 ສິງຫາ 1967 – 8 ສິງຫາ 2020) ຢູ່ສຳນັກງານກະຊວງການຕ່າງປະເທດລາວ ທີ່ນະຄອນຫຼວງວຽງຈັນ. ທ່ານ ສະເຫຼີມໄຊກົມມະສິດ ໄດ້ເນັ້ນໜັກວ່າ ໜຶ່ງໃນບັນດາຜົນງານສຳຄັນນັ້ນແມ່ນ ໃນຖານະເປັນອົງການຈັດຕັ້ງພາກພື້ນລະຫວ່າງລັດຖະບານ, ອາຊຽນສືບຕໍ່ເພີ່ມທະວີການຮ່ວມມືລະຫວ່າງບັນດາປະເທດສະມາຊິກ, ກໍ່ຄືລະຫວ່າງ ອາຊຽນກັບບັນດາຄູ່ເຈລະຈາຂອງກຸ່ມ. ໃນສະພາບການພາກພື້ນ ແລະ ໂລກພວມປະເຊີນໜ້າກັບໄພພິບັດທຳມະຊາດ ແລະ ໂລກລະບາດ Covid – 19, ອາຊຽນ ແລະ ບັນດາຄູ່ເຈລະຈາໄດ້ສະແດງໃຫ້ເຫັນຄວາມສາມັກຄີ ແລະ ກຳລັງຄວາມສາມາດຂອງຕົນ, ຮັບປະກັນສືບຕໍ່ປະຕິບັດບັນດາຂໍ້ລິເລີ່ມ, ມາດຕະການ ແລະ ການເຄື່ອນໄຫວຕາມ 3 ສຳຄ້ຳປະຊາຄົມ. ອາຊຽນພວມບັນລຸໄດ້ບັນດາຜົນງານເທື່ອລະກ້າວ ເປັນຕົ້ນແມ່ນການສ້າງຕັ້ງກອງທຶນຮ່ວມມືຮັບມືກັບໂລກລະບາດ Covid – 19, ສ້າງສາງແຮວັດຖຸ, ອຸປະກອນການແພດຂອງພາກພື້ນອາຊຽນ ແລະ ຮຽບຮຽງແຜນການຟື້ນຟູ ອາຊຽນຢ່າງຮອບດ້ານໃນໄລຍະຫຼັງ ໂລກລະບາດ Covid – 19.     

ຕອບກັບ

ຂ່າວ/ບົດ​ອື່ນ