54 ເຈົ້າຂອງລົງທຶນໄດ້ຮັບລາງວັນລະດັບຊາດອະສັງຫາລິມະຊັບຫວຽດນາມປີ 2018

(VOVWORLD) -ວັນທີ 14 ເມສາ, ຢູ່ຮ່າໂນ້ຍ, ສະຫະສະມາຄົມອະສັງຫາລິມະຊັບຫວຽດນາມ ໄດ້ສົມທົບກັບໂທລະພາບຫວຽດນາມ, ກົມຄຸ້ມຄອງເຮືອນຢູ່ ແລະ ຕະຫຼາດອະສັງຫາລິມະຊັບ ກະຊວງກໍ່ສ້າງຫວຽດນາມຈັດພິທີມອບລາງວັນແຫ່ງຊາດອະສັງຫາລິມະຊັບຫວຽດນາມປີ 2018 ໃຫ້ແກ່ 54 ວິສາຫະກິດ ແລະ ໂຄງການອະສັງຫາລິມະຊັບ
54 ເຈົ້າຂອງລົງທຶນໄດ້ຮັບລາງວັນລະດັບຊາດອະສັງຫາລິມະຊັບຫວຽດນາມປີ 2018 - ảnh 1ພິທີມອບລາງວັນ 

ເຂົ້າຮ່ວມພິທີມີທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຈິ້ງດິງຢຸງ, ການນຳບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆ ແລະ ວິສາຫະກິດອະສັງຫາລິມະຊັບນັບຮ້ອຍແຫ່ງໃນທົ່ວປະເທດ. ກ່າວຄຳເຫັນທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຈິ້ງດິງຢຸງ ເນັ້ນໜັກວ່າ ການມອບລາງວັນນີ້ ບໍ່ພຽງແຕ່ມີຄວາມໝາຍເຊີດຊູບັນດາອົງການ, ສ່ວນບຸກຄົນ, ໂຄງການ, ກິດຈະກຳທີ່ດີເດັ່ນ ຊຶ່ງມີການປະກອບສ່ວນເຂົ້າໃນການພັດທະນາຕະຫຼາດ ອະສັງຫາລິມະຊັບຫວຽດນາມເທົ່ານັ້ນ, ຫາກຍັງແມ່ນການສົ່ງເສີມ, ລະດົມກຳລັງໃຈ ແລະ ກຳນົດທິດບັນດາວິສາຫະກິດຍົກສູງກຳລັງແກ່ງແຍ້ງອີກດ້ວຍ.ທ່ານ ເຈຶອງແອັງຕູ້ຜຸຸ້ອຳນວຍການ, ຮັບຜິດຊອບການດຳເນີນທຸລະກິດ ບໍລິສັດຫຸ້ນສ່ວນອະສັງຫາລິມະຊັບ ຟຸກຄາງ, ເຊິ່ງແມ່ນຫົວໜ່ວຍໄດ້ຮັບລາງວັນ ໃຫ້ຮູ້ວ່າ:

    “ ອົງການຄຸ້ມຄອງລັດມອບລາງວັນ ແລະ ເຊີດຊູເຊັ່ນນັ້ນ ໄດ້ສະແດງໃຫ້ເຫັນວ່າ ລັດໄດ້ເຫັນດີເຫັນພ້ອມກັບທ່າອຽງປົວແປງ ແລະ ຍົກສູງຄຸນນະພາບຊີວິດໃຫ້ແກ່ປະຊາຊົນຫວຽດນາມ. ນີ້ແມ່ນກຳລັງໜູນ ແລະ ແມ່ນປະຖົມປັດໄຈເພື່ອໃຫ້ບັນດາວິສາຫະກິດປະກອບສ່ວນສ້າງບັນດາຜະລິດຕະພັນ ອະສັງຫາລິມະຊັບທີ່ດີງາມກ່ວາໃຫ້ແກ່ສັງຄົມ ”

ຕອບກັບ

ຂ່າວ/ບົດ​ອື່ນ