6 ປະເທດອາຣັບ ປິດປະຕູສະຖານທູດ ຂອງຕົນປະຈຳ ຊີຣີ

6 ປະເທດອາຣັບ ປິດປະຕູສະຖານທູດ ຂອງຕົນປະຈຳ ຊີຣີ - ảnh 1
ການ​ນຳ​ບັນດາ​ປະ​ເທດ​ສັງກັດສະພາຮ່ວມມືເຂດອ່າວເປີເຊຍ
(ພາບ: infonet.vn)


Vovworld- ວັນທີ 16/3, ທ່ານເລຂາທິການໃຫຍ່ສະພາຮ່ວມມືເຂດອ່າວເປີເຊຍ Abdellatif al-Zayani ​ໃຫ້​ຮູ້​ວ່າ 6 ປະ​ເທດ​ເຂດອ່າວ​ເປີ​ເຊຍ​ລວມມີ: ຊາ​ອຸ​ດິ ອາຣາ​ເບຍ, ສະຫະລັດ​ອາຣັບ​ເອັມມີ​ເລດ, ບາ​ແຣນ, ​ໂອ​ມານ, ກາ​ຕາ ​ແລະ ຄຸ​ເວດຈະປິດປະຕູສະຖານທູດຂອງຕົນປະຈຳ ຊີຣີ​ເພື່ອ​ສະກັດ​ກັ້ນ​ສະພາບ​ການ​ໃຊ້​ຄວາມ​ຮຸ່ນ​ແຮງ​ທີ່​ແກ່ຍາວ​ເປັນ​ເວລາ 1 ປີ​ທີ່​ຜ່ານ​ມາ​ຢູ່​ປະ​ເທດ​ນີ້. ​ໃນ​ຂະນະ​ນັ້ນ, ຜູ້​ຕາງໜ້າ​ຂັ້ນ​ສູງ ຮັບຜິດຊອບ​ນະ​ໂຍບາຍ​ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ການ​ພົວພັນ​ຕ່າງປະ​ເທດ ສະຫະພາບ​ເອີ​ລົບ ທ່ານ​ນາງ Catherine Ashton ​ໄດ້​ສະ​ແດງ​ຄວາ​ມຫວັງ​ວ່າ ບັນດາ ລັດຖະບານ​ຂອງ 27ປະ​ເທດ​ໃນ​ກຸ່ມ​ນີ້​ຈົ່ງ​ຮຽກ​ຕົວ​ເອກ​ອັກຄະ​ລັດຖະທູດ​ຂອງ​ພວກ​ເຂົາ​ອອກ​ຈາກ​ຊີຣີ. ຂ່າວຍັງ​ໃຫ້​ຮູ້​ອີກ​ວ່າ ກອງ​ປະຊຸ​ມບັນດາ​ລັດຖະມົນຕີ​ການ​ຕ່າງປະ​ເທດ ສະຫະພາບ​ເອີ​ລົບທີ່​ຈະ​ດຳ​ເນີນ​ໃນ​ວັນ​ທີ 22, 23/3ນີ້, ​ເປັນ​ຄັ້ງ​ທຳ​ອິດ​ຈະ​ມີ​ການ​ເຂົ້າ​ຮ່ວ​ມຂອງ ລັດຖະມົນຕີ​ການ​ຕ່າງປະ​ເທດ​ເຕິ​ກກີ ​ແລະ ຈະ​ເລັ່ງ​ໃສ່​ກໍລະນີ ປິດປະຕູ ສະຖານທູດຂອງບັນດາ​ປະ​ເທດ ສະຫະພາບ​ເອີ​ລົບ ປະຈຳ ຊີຣີ.

ຂ່າວ/ບົດ​ອື່ນ