6 ເດືອນຕົ້ນປີ 2019, ການເຄື່ອນໄຫວທາງດ້ານສາສະໜາດໍາເນີນຢ່າງຟົດຟື້ນ

(VOVWORLD) -ບັນດາຜູ້ແທນໄດ້ຢັ້ງຢືນວ່າ ໄລຍະ 6 ເດືອນຕົ້ນປີ 2019, ການເຄື່ອນໄຫວທາງດ້ານສາສະໜາ ຢູ່ຫວຽດນາມ ຖືກດໍາເນີນຢ່າງຟົດຟື້ນ
6 ເດືອນຕົ້ນປີ 2019, ການເຄື່ອນໄຫວທາງດ້ານສາສະໜາດໍາເນີນຢ່າງຟົດຟື້ນ - ảnh 1ກອງປະຊຸມແລກປ່ຽນວຽກງານສາສະໜາ ໄລຍະ 6 ເດືອນຕົ້ນປີ 2019 (ພາບ: tapchimattran.vn)

  ທີ່ກອງປະຊຸມແລກປ່ຽນວຽກງານສາສະໜາ ໄລຍະ 6 ເດືອນຕົ້ນປີ 2019 ໂດຍຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ຈັດຕັ້ງຂຶ້ນ ໃນຕອນເຊົ້າວັນທີ 08 ກໍລະກົດ, ຢູ່ຮ່າໂນ້ຍ, ບັນດາຜູ້ແທນໄດ້ຢັ້ງຢືນວ່າ ໄລຍະ 6 ເດືອນຕົ້ນປີ 2019, ການເຄື່ອນໄຫວທາງດ້ານສາສະໜາ ຢູ່ຫວຽດນາມ ຖືກດໍາເນີນຢ່າງຟົດຟື້ນ ດ້ວຍບັນດາງານບຸນຕ່າງໆ ອັນໄດ້ດຶງດູດຄວາມສົນໃຈຂອງປະຊາຊົນເປັນຈໍານວນຫຼວງຫຼາຍ. ໃນນັ້ນ, ໜ້າເອົາໃຈໃສ່ທີ່ສຸດ ແມ່ນເຫດການ Vesak ສປຊ ປີ 2019 ຂອງພຸດທະສາສະໜາ. ບັນດາຜູ້ແທນສະເໜີ ໃນໄລຍະຈະມາເຖິງ ແນວໂຮມປະເທດຊາດຫວຽດນາມ ຄວນເປັນເຈົ້າການສະໜອງຂໍ້ມູນຂ່າວສານ; ເພີ່ມທະວີການຈັດຕັ້ງບັນດາເວທີປາໄສພົບປະແລກປ່ຽນ, ສົນທະນາ ແລະ ບັນດາການເຄື່ອນໄຫວພົບປະ ຮັບຟັງຄໍາຄິດເຫັນ, ຄວາມມຸ່ງມາດປາດຖະໜາຂອງປະຊາຊົນ, ບັນດາຜູ້ມີຍົດສັກຕໍາແໜ່ງທາງສາສະໜາ... ພ້ອມກັນນັ້ນ, ແນວໂຮມປະເທດຊາດຫວຽດນາມ ພ້ອມກັບບັນດາອົງການຈັດຕັ້ງສະມາຊິກ ຈົ່ງເສີມຂະຫຍາຍບົດບາດຂອງບັນດາສາສະໜາເຂົ້າຮ່ວມບັນດາຂະບວນການ, ບັ້ນຂົນຂວາຍ ໂດຍຄະນະກໍາມະການສູນກາງ ແນວໂຮມປະເທດຊາດຫວຽດນາມ ແລະ ບັນດາອົງການຈັດຕັ້ງສະມາຊິກປຸກລະດົມ, ຕັ້ງໜ້າຕອບສະໜອງບັນດາຂະບວນການຫັນການສຶກສາເປັນວຽກງານສັງຄົມ, ການໜູນຊ່ວຍສັງຄົມ, ສອນວິຊາຊີບ, ປົກປັກຮັກສາສິ່ງແວດລ້ອມ....


ຕອບກັບ

ຂ່າວ/ບົດ​ອື່ນ