6 ເດືອນ​ທ້າຍ​ປີ 2024, ການ​ສົ່ງ​ອອກ​ໄປ​ຍັງ EU ອາດ​ຈະ​ບັນ​ລຸ​ກ່​ວາ 50 ຕື້ USD

(VOVWORLD) - ຈຸດພົ້ນເດັ່ນທີ່ສຸດອາດຈະເຫັນໄດ້ໃນການສະຖະຕິຂອງກະຊວງອຸດສາຫະກຳ ແລະ ການຄ້າ ແມ່ນການສົ່ງອອກ ໃນ 6 ເດືອນຜ່ານມາບັນລຸ 24,5 ຕື້ USD, ເພີ່ມຂຶ້ນ 14,1% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023. 
6 ເດືອນ​ທ້າຍ​ປີ 2024, ການ​ສົ່ງ​ອອກ​ໄປ​ຍັງ EU ອາດ​ຈະ​ບັນ​ລຸ​ກ່​ວາ 50 ຕື້ USD - ảnh 1ພາບປະກອບ: ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ

ຕາມກົມສົ່ງອອກນຳເຂົ້າ (ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ), ຍອດວົງເງິນສົ່ງອອກນຳເຂົ້າສິນຄ້າລະຫວ່າງ ຫວຽດນາມ ແລະ ສະຫະພາບເອີລົບ (EU) ໃນ 6 ເດືອນຕົ້ນປີ ບັນລຸ 32 ຕື້ USD, ສ່ົງອອກເກີນດຸ່ນ 17 ຕື້ USD, ເພີ່ມຂຶ້ນ 18,5% ເມື່ອທຽບໃສ່ໄລຍະດຽວກັນ, ຮັບຮູ້ລະດັບເພີ່ມຂຶ້ນທີ່ເປັນໜ້າຊື່ນຊົມໃນ 6 ເດືອນຕົ້ນປີ 2024.

ຈຸດພົ້ນເດັ່ນທີ່ສຸດອາດຈະເຫັນໄດ້ໃນການສະຖະຕິຂອງກະຊວງອຸດສາຫະກຳ ແລະ ການຄ້າ ແມ່ນການສົ່ງອອກ ໃນ 6 ເດືອນຜ່ານມາບັນລຸ 24,5 ຕື້ USD, ເພີ່ມຂຶ້ນ 14,1% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023. ການສົ່ງອອກໄປຍັງຕະຫຼາດເອີລົບ ມີການເຕີບໂຕຢູ່ລະດັບສອງຕົວເລກ ຍ້ອນມີການຟື້ນຟູຫຼາຍພໍສົມຄວນຂອງກຸ່ມສິນຄ້າຫຼັກແຫຼ່ງຄື: ໂທລະສັບ, ກອມຜິວເຕີ, ເຄື່ອງຕຳແຜ່ນຕັດຫຍິບ, ເກີບໜັງ, ກະສິກຳ, ເຄື່ອງປ່າຂອງດົງ, ສິນໃນນ້ຳ. ຖ້າສືບຕໍ່ຮັກສາທ່າຟື້ນຟູຄືໄລຍະຕົ້ນປີ, ໃນ 6 ເດືອນທ້າຍປີນີ້, ການສົ່ງອອກໄປຍັງ EU ອາດຈະບັນລຸ 50 – 52 ຕື້ USD.

ຕອບກັບ

ຂ່າວ/ບົດ​ອື່ນ