6 ແຂວງ, ນະຄອນທາງທິດຕາເວັນອອກພາກໃຕ້ ຫວຽດນາມ ເພີ່ມທະວີການຮ່ວມສຳພັນພັດທະນາການທ່ອງທ່ຽວ

(VOVWORLD) -ຢູ່ທີ່ນີ້, ບັນດາທ້ອງຖິ່ນໄດ້ສະເໜີບາງເນື້ອໃນຈຸດສຸມໃຫ້ແກ່ຍຸດທະສາດຮ່ວມສຳພັນທີ່ຈະມາເຖິງ, ຄື: ຍູ້ແຮງວຽກງານຄົ້ນຄວ້າຕະຫຼາດ ເພື່ອສ້າງຜະລິດຕະພັນທ່ອງທ່ຽວ ຮ່ວມສຳພັນໃຫ້ເໝາະສົມ
6 ແຂວງ, ນະຄອນທາງທິດຕາເວັນອອກພາກໃຕ້ ຫວຽດນາມ ເພີ່ມທະວີການຮ່ວມສຳພັນພັດທະນາການທ່ອງທ່ຽວ - ảnh 1(ກອງປະຊຸມສະຫຼຸບການຮ່ວມສຳພັນພັດທະນາການທ່ອງທ່ຽວທາງທິດຕາເວັນອອກພາກໃຕ້ ຫວຽດນາມ)

        ຕອນບ່າຍວັນທີ 29 ພະຈິກ, ຢູ່ແຂວງ ບິ່ງເຟືອກ, 6 ແຂວງ, ນະຄອນທາງທິດຕາເວັນອອກພາກໃຕ້ ຫວຽດນາມ, ລວມມີ: ນະຄອນ ໂຮ່ຈີມິນ ແລະ ບັນດາແຂວງ ບ່າເຣັຍ - ວູງເຕົາ, ດົ່ງນາຍ, ບິ່ງເຢືອງ, ບິ່ງເຟືອກ, ໄຕນິງ ໄດ້ຈັດກອງປະຊຸມສະຫຼຸບການຮ່ວມສຳພັນພັດທະນາການທ່ອງທ່ຽວທາງທິດຕາເວັນອອກພາກໃຕ້ ຫວຽດນາມ. ຢູ່ທີ່ນີ້, ບັນດາທ້ອງຖິ່ນໄດ້ສະເໜີບາງເນື້ອໃນຈຸດສຸມໃຫ້ແກ່ຍຸດທະສາດຮ່ວມສຳພັນທີ່ຈະມາເຖິງ, ຄື: ຍູ້ແຮງວຽກງານຄົ້ນຄວ້າຕະຫຼາດ ເພື່ອສ້າງຜະລິດຕະພັນທ່ອງທ່ຽວ ຮ່ວມສຳພັນໃຫ້ເໝາະສົມ; ຮ່ວມສຳພັນໃນການສົ່ງເສີມ, ໂຄສະນາການທ່ອງທ່ຽວ; ສືບຕໍ່ປະຕິຮູບກົນໄກນະໂຍບາຍ, ດຶງດູດການລົງທຶນພັດທະນາພື້ນຖານໂຄງລ່າງດ້ານການທ່ອງທ່ຽວ ໄປພ້ອມກັບການປົກປັກຮັກສາຊັບພະຍາກອນທຳມະຊາດ, ສິ່ງແວດລ້ອມ ແລະ ຮັບປະກັນການປ້ອງກັນຊາດ ປ້ອງກັນຄວາມສະຫງົບ… ທ່ານ ຟ້າມງອັກຫາຍ, ປະທານສະຫະສະມາຄົມທ່ອງທ່ຽວແຂວງ ບ່າເຣັຍ - ວູງເຕົາ, ຖືວ່າ:

        “ແຕ່ລະແຂວງ, ນະຄອນ ຕ້ອງສ້າງເຄື່ອງໝາຍການຄ້າສະເພາະໃຫ້ແກ່ແຂວງຕົນ ແລະ ພວກເຮົາຕ້ອງເພີ່ມທະວີການສົ່ງເສີມ, ພົວພັນແລກປ່ຽນ. ຕາມປົກກະຕິແລ້ວ, ບັນດາບໍລິສັດທ່ອງທ່ຽວມີຫ້ອງການຢູ່ແຕ່ແຂວງ, ນະຄອນດຽວ, ບໍ່ໄດ້ເປີດສາຂາຢູ່ຫຼາຍແຫ່ງ. ຍ້ອນເຫດນັ້ນ, ພວກເຮົາຄວນເພີ່ມທະວີຈັດຕັ້ງການພົວພັນແລກປ່ຽນ, ເຊື່ອມຕໍ່, ສົ່ງເສີມລາຍການທ່ອງທ່ຽວ ກໍຄືບັນດາກອງປະຊຸມສຳມະນາ ເພື່ອໃຫ້ບັນດາບໍລິສັດທ່ອງທ່ຽວ, ອົງການ, ຄະນະ, ຂະແໜງການທີ່ກ່ຽວຂ້ອງເຖິງການພັດທະນາການທ່ອງທ່ຽວ ແລກປ່ຽນນຳກັນ ແລະ ຍົກອອກຍຸດທະສາດລວມໃຫ້ທັງເຂດ”.

ຕອບກັບ

ຂ່າວ/ບົດ​ອື່ນ