60/63 ທ້ອງ​ຖິ່ນ​ມີ​ດັດ​ຊະ​ນີ​ການ​ຜະ​ລິດ​ອຸດ​ສາ​ຫະ​ກຳ (IIP) ເພີ່ມ​ຂຶ້ນ​ໃນ​ເດືອນ​ມັງ​ກອນ​ປີ 2024

(VOVWORLD) - ໝາກຜົນທີ່ຕັ້ງໜ້ານີ້ ສືບຕໍ່ທ່າຟື້ນຟູການຜະລິດນັບແຕ່ທ້າຍປີ 2023 ຍ້ອນບັນດາມາດຕະການໜູນຊ່ວຍຂອງ ລັດຖະບານ, ການຊີ້ນຳຢ່າງຂ້ຽວຂາດຂອງ ທ່ານນາຍົກລັດຖະມົນຕີ.

ຕາມບົດລາຍງານຂອງກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ, ດັດຊະນີ ຜູ້ຄຸ້ມຄອງຊື້ເຄື່ອງ (PMI) ເດືອນມັກງອນ ປີນີ້ ບັນລຸ 50,3 ຄະແນນ ເພີ່ມຂຶ້ນ ເມື່ອທຽບກັບລະດັບ 48,9 ຄະແນນຂອງເດືອນ ທັນວາ ປີ 2023. ໝາກຜົນນີ້ ສະແດງໃຫ້ເຫັນວ່າ ການເຄື່ອນໄຫວຜະລິດຂອງ ຫວຽດນາມ ຢັ້ງຢືນການເຕີບໂຕຄືນໃໝ່ໃນຕົ້ນປີ 2024 ເມື່ອບັນດາສັນຍານເບື້ອງຕົ້ນສະແດງໃຫ້ເຫັນຄວາມຕ້ອງການປັບປຸງຊ່ວຍຈຳນວນໃບສັ່ງຊື້ສິນຄ້າໃໝ່ ແລະ ປະລິມານການຜະລິດ ເພີ່ມຂຶ້ນຄືນໃໝ່. ໃນຂະນະນັ້ນ, ດັດຊະນີການຜະລິດອຸດສາຫະກຳ (IIP) ໃນເດືອນມັງກອນປີ 2024 ເພີ່ມຂຶ້ນຢ່າງແຮງເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2023 (ເພີ່ມຂຶ້ນ 18,3%) ແລະ ເພີ່ມຂຶ້ນໃນວົງກ້ວາງ (60/63 ທ້ອງຖິ່ນ ທີ່ມີດັດຊະນີ IIP ເພີ່ມຂຶ້ນ). ໝາກຜົນທີ່ຕັ້ງໜ້ານີ້ ສືບຕໍ່ທ່າຟື້ນຟູການຜະລິດນັບແຕ່ທ້າຍປີ 2023 ຍ້ອນບັນດາມາດຕະການໜູນຊ່ວຍຂອງ ລັດຖະບານ, ການຊີ້ນຳຢ່າງຂ້ຽວຂາດຂອງ ທ່ານນາຍົກລັດຖະມົນຕີ ໃນການປ່ອຍເງິນລົງທຶນພາກສາທາລະນະ, ຜັນຂະຫຍາຍບັນດາໂຄງການອຸດສາຫະກຳຈຸດສຸມ, ໝາກຜົນການດຶງດູດ, ການປ່ອຍເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI)ໃນປີ 2023

ຕອບກັບ

ຂ່າວ/ບົດ​ອື່ນ