7 ເດືອນ​, ຫວຽດ​ນາມ​ສົ່ງ​ອອກ​ເກີນ​ດູນ​ກ່​ວາ 14 ຕື້ USD

(VOVWORLD) - ທ່ານເຈິ່ນແທັງຫ໋າຍ, ຮອງຫົວໜ້າກົມສົ່ງອອກນຳເຂົ້າ, ກະຊວງອູດສາຫະກຳ ແລະ ການຄ້າ ຫວຽດນາມ ໄດ້ຢັ້ງຢືນວ່າການສົ່ງອອກນຳເຂົ້າຂອງ ຫວຽດນາມ ໄດ້ ແລະ ພວມມີຫຼາຍສັນຍານທີ່ຕັ້ງໜ້າ.
7 ເດືອນ​, ຫວຽດ​ນາມ​ສົ່ງ​ອອກ​ເກີນ​ດູນ​ກ່​ວາ 14 ຕື້ USD - ảnh 1ພາບປະກອບ: TTXVN

ຕອນເຊົ້າວັນທີ 29 ກໍລະກົດ, ກົມໃຫຍ່ສະຖິຕິ ຫວຽດນາມໄດ້ປະກາດວ່າ ໃນເດືອນກໍລະກົດປີ 2024, ວົງເງິນສົ່ງອອກນຳເຂົ້າສິນຄ້າຄາດວ່າບັນລຸກ່ວາ 69 ຕື້ USD, ເພີ່ມຂຶ້ນ 8,7% ເມື່ອທຽບໃສ່ກັບເດືອນ ມິຖຸນາ ແລະ ເພີ່ມຂຶ້ນ 21,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023. ໄລ່ລວມ 7 ເດືອນຕົ້ນປີ, ຍອດວົງເງິນການສົ່ງອອກ, ນຳເຂົ້າສິນຄ້າບັນລຸກ່ວາ 440 ຕື້ USD, ເພີ່ມຂຶ້ນ 17%ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023. ດ້ວຍບັນດາໝາກຜົນດັ່ງກ່າວ, ເດືອນກໍລະກົດ ປິນີ້, ຫວຽດນາມ ຄາດວ່າການສົ່ງອອກເກີນດູນບັນລຸ 2,12 ຕື້ USD. ໄລ່ລວມ 7 ເດືອນຕົ້ນປີນີ້, ການສົ່ງອອກເກີນດູນຄາດວ່າບັນລຸ 14,08 ຕື້ USD.

ໂດຍໃຫ້ຂໍ້ສັງເກດກ່ຽວກັບສະພາບການສົ່ງອອກ, ທ່ານເຈິ່ນແທັງຫ໋າຍ, ຮອງຫົວໜ້າກົມສົ່ງອອກນຳເຂົ້າ, ກະຊວງອູດສາຫະກຳ ແລະ ການຄ້າ ຫວຽດນາມ ໄດ້ຢັ້ງຢືນວ່າການສົ່ງອອກນຳເຂົ້າຂອງ ຫວຽດນາມ ໄດ້ ແລະ ພວມມີຫຼາຍສັນຍານທີ່ຕັ້ງໜ້າ. ບັນດາທ້ອງຖິ່ນ ໄດ້ມີແຜນການລະອຽດເພື່ອໜູນຊ່ວຍ, ຮ່ວມເດີນທາງກັບວິສາຫະກິດໃນການເປີດກ້ວາງຕະຫຼາດ.

ຕອບກັບ

ຂ່າວ/ບົດ​ອື່ນ