70 ປີ​ແຫ່ງວັນ​ເຊັນ​​ສັນ​ຍາ ເຊີ​ແນວ: ນັກ​ສຶກ​ສາ ອິດ​ສະ​ລາ​ແອັນ ຮັບ​ຟັງ​ການ​ໂອ້​ລົມ​ກ່ຽວ​ກັບ​ຫວຽດ​ນາມ

(VOVWORLD) -  ມີນັກສຶກສາກ່ວາ 500 ຄົນຂຶ້ນກັບຂະແໜງພົວພັນສາກົນ ແລະ ບັນດານັກຊ່ຽວຊານຄົ້ນຄ້ວາອື່ນໆໄດ້ຮັບຊົມບັນດາຮູບເງົາເອກະສານ ກ່ຽວກັບໄຊຊະນະດຽນບຽນຝຸ ຂອງ ຫວຽດນາມ. 
70 ປີ​ແຫ່ງວັນ​ເຊັນ​​ສັນ​ຍາ ເຊີ​ແນວ: ນັກ​ສຶກ​ສາ ອິດ​ສະ​ລາ​ແອັນ ຮັບ​ຟັງ​ການ​ໂອ້​ລົມ​ກ່ຽວ​ກັບ​ຫວຽດ​ນາມ - ảnh 1ພາບປະກອບ: TTXVN

ວັນທີ 21 ກໍລະກົດ, ສະຖານທູດ ຫວຽດນາມ ປະຈຳ ອິດສະລາແອັນ ໄດ້ສົມທົບກັບ ສະມາຄົມມິດຕະພາບ ອິດສະລາແອັນ ຫວຽດວນາມ ແລະ ມະຫາວິທະຍາໄລເປີດ ອິດສະລາແອັນ ຈັດຕັ້ງການໂອ້ລົມສົນທະນາ ຫົວເລື່ອງ 70 ປີແຫ່ງການເຊັນສັນຍາ ເຊີແນວ ກ່ຽວກັບການຢຸດຕິສົງຄາມ ຢູ່ ຫວຽດນາມ (21/7/1954 – 21/7/2024), 70 ປີແຫ່ງວັນໄຊຊະນະດຽນບຽນຝູ (7/5/1954-7/5/2024) ແລະ 31ປີແຫ່ງວັນ ຫວຽດນາມ ແລະ ອິດສະລາແອັນສ້າງຕັ້ງການພົວພັນທາງການທູດຢ່າງເປັນທາງການ (12/7/1993-12/7/2024).

ການໂອ້ລົມສົນທະນາໄດ້ດຳເນີນຕາມຮູບແບບທາງໄກ. ມີນັກສຶກສາກ່ວາ 500 ຄົນຂຶ້ນກັບຂະແໜງພົວພັນສາກົນ ແລະ ບັນດານັກຊ່ຽວຊານຄົ້ນຄ້ວາອື່ນໆໄດ້ຮັບຊົມບັນດາຮູບເງົາເອກະສານ ກ່ຽວກັບໄຊຊະນະດຽນບຽນຝຸ ຂອງ ຫວຽດນາມ. ພິເສດ ວັນທີ 21 ກໍລະກົດ 1954, ສັນຍາ ເຊີແນວ ກ່ຽວກັບການຢຸດຕິສົງຄາມ, ຟື້ນຟູສັນຕິພາບຢູ່ ອິນໂດຈິນ, ລົບລ້າງແອບປົກຄອງຂອງຊາວຝລັ່ງ, ຢັ້ງຢືນພື້ນຖານເອກະລາດຂອງສາມປະເທດ ຫວຽດນາມ, ລາວ ແລະ ກຳປູເຈຍ ໄດ້ຮັບການລົງນາມ.

ໃນໂອກາດນີ້, ທ່ານ ລີດດຶກຈຸງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອິດສະລາແອັນ ໄດ້ແນະນຳບັນດາຜົນສຳເລັດດ້ານເສດຖະກິດ - ສັງຄົມຂອງ ຫວຽດນາມ ພາຍຫຼັງ 40ປີແຫ່ງການປະຕິບັດພາລະກິດແຫ່ງການປ່ຽນແປງໃໝ່. ປັດຈຸບັນ ຫວຽດນາມໄດ້ກາຍເປັນຈຸດນັດພົບທີ່ເປັນໜ້າດຶງດູດໃຈສຳລັບບັນດານັກລົງທຶນ ແລະ ແຂກທ່ອງທ່ຽວຕ່າງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ