70.000 ຄົນແຫ່ຂະບວນປະທ້ວງຄັດຄ້ານລັດຖະບານ ສ. ເຊັກໂກ

(VOVWORLD) -  ໃນການແຫ່ຂະບວນປະທ້ວງດ້ວຍຂອບຂະໜາດໃຫຍ່ເພື່ອແນໃສ່ຄັດຄ້ານບັນດາມາດຕະການຂອງລັດຖະບານຕໍ່ໜ້າສະພາບວິກິດການພະລັງງານ ແລະ ລາຄາໄຟຟ້າ
70.000 ຄົນແຫ່ຂະບວນປະທ້ວງຄັດຄ້ານລັດຖະບານ ສ. ເຊັກໂກ - ảnh 1ປະຊາຊົນປະມານ 70.000 ຄົນໄດ້ເຕົ້າໂຮມຢູ່ສະໜາມຫຼວງ Wenceslas, ໃຈກາງນະຄອນຫຼວງ ປຣາຮາ, ສ. ເຊັກໂກ

ວັນທີ 3 ກັນຍາ, ປະຊາຊົນປະມານ 70.000 ຄົນໄດ້ເຕົ້າໂຮມຢູ່ສະໜາມຫຼວງ Wenceslas, ໃຈກາງນະຄອນຫຼວງ ປຣາຮາ, ສ. ເຊັກໂກ, ໃນການແຫ່ຂະບວນປະທ້ວງດ້ວຍຂອບຂະໜາດໃຫຍ່ເພື່ອແນໃສ່ຄັດຄ້ານບັນດາມາດຕະການຂອງລັດຖະບານຕໍ່ໜ້າສະພາບວິກິດການພະລັງງານ ແລະ ລາຄາໄຟຟ້າ, ອາຍແກັດເພີ່ມຂຶ້ນໃນລະດັບສະຖິຕິ. ຜູ້ແຫ່ຂະບວນປະທ້ວງກໍ່ຮຽກຮ້ອງໃຫ້ ສ. ເຊັກໂກ ເປັນຄົນກາງກ່ຽວກັບດ້ານການທະຫານ ແລະ ສືບຕໍ່ຮັກສາເລື່ອງຮັບປະກັນແຫຼ່ງສະໜອງອາຍແກັດກັບບັນດາຄູ່ຮ່ວມມືໃນນັ້ນມີ ລັດເຊຍ. ນີ້ແມ່ນການແຫ່ຂະບວນປະທ້ວງຄັດຄ້ານລັດຖະບານມີຂອບຂະໜາດໃຫຍ່ສຸດນັບແຕ່ເມື່ອລັດຖະບານຂອງທ່ານນາຍົກລັດຖະມົນຕີ Fiala ໄດ້ຮັບການສ້າງຕັ້ງ.

          ການແຫ່ຂະບວນປະທ້ວງຖືກດຳເນີນພາຍຫຼັງລັດຖະບານ ສ. ເຊັກໂກ ໄດ້ດຳເນີນ ການປ່ອນບັດບໍ່ໄວ້ວາງໃຈຂອງສະພາແຫ່ງຊາດປະເທດນີ້ພຽງ 1 ວັນ.

          ເມື່ອແລກປ່ຽນກັບສື່ມວນຊົນ, ທ່ານນາຍົກລັດຖະມົນຕີ Petr Fiala, ຜູ້ນຳລັດຖະບານສຳພັນທະມິດ 5 ພັກກາງຂວາ, ໃຫ້ຮູ້ວ່າ: ການແຫ່ຂະບວນປະທ້ວງບໍ່ແກ້ໄຂສະພາບການປະຈຸບັນຂອງປະເທດໄດ້, ພ້ອມທັງກ່າວຫາບັນດາກຳລັງນິຍົມ ລັດເຊຍ ແລະ ຕ້ານຄືນຜົນປະໂຫຍດຂອງ ສ. ເຊັກໂກ ໄດ້ຢືນຢູ່ເບື້ອງຫຼັງການແຫ່ຂະບວນປະທ້ວງຄັ້ງນີ້.

ຕອບກັບ

ຂ່າວ/ບົດ​ອື່ນ