74 ກິດຈະກຳ, ມາດຕະການແກ້ໄຂໂດດເດັ່ນໄດ້ຈົດໃສ່ປື້ມປົກຄຳປະດິດຄິດສ້າງປີ 2019

(VOVWORLD) -ຕອນບ່າຍວັນທີ 09 ກໍລະກົດ, ຢູ່ຮ່າໂນ້ຍ, ສະພາຄັດເລືອກປື້ມເຫຼືອງປະດິດຄິດສ້າງຫວຽດນາມ ໄດ້ຈັດກອງປະຊຸມຄັດເລືອກກິດຈະກຳ, ມາດຕະການແກ້ໄຂທາງດ້ານວິທະຍາສາດ - ເຕັກໂນໂລຊີປະກາດໃນປື້ມປົກຄຳປະດິດຄິດສ້າງຫວຽດນາມ ປີ 2019.

74 ກິດຈະກຳ, ມາດຕະການແກ້ໄຂໂດດເດັ່ນໄດ້ຈົດໃສ່ປື້ມປົກຄຳປະດິດຄິດສ້າງປີ 2019 - ảnh 174 ກິດຈະກຳ, ມາດຕະການແກ້ໄຂໂດດເດັ່ນໄດ້ຈົດໃສ່ປື້ມປົກຄຳປະດິດຄິດສ້າງປີ 2019

 (ພາບ: daidoanket.vn)

ປື້ມປົກຄຳປະດິດຄິດສ້າງຫວຽດນາມ ປີ 2019 ແມ່ນບັນດາກິດຈະກຳ, ມາດຕະການແກ້ໄຂການປະດິດຄິດສ້າງທາງດ້ານວິທະຍາສາດ ແລະ ເຕັກໂນໂລຊີໃນຂົງເຂດວິທະຍາສາດທຳມະຊາດ, ວິທະຍາສາດເຕັກໂນໂລຊີ ແລະ ເຕັກນິກ ທີ່ໄດ້ຮັບລາງວັນໃນບັນດາການແຂ່ງຂັນ ເຊິ່ງໄດ້ຈັດຕັ້ງແຕ່ວັນທີ 01 ມັງກອນ 2017 ຮອດວັນທີ  30 ມິຖຸນາ 2019.

        ໄລ່ຮອດວັນທີ 30 ມິຖຸນາ 2019, ຄະນະຈັດຕັ້ງໄດ້ຮັບ 137 ກິດຈະກຳປະດິດຄິດສ້າງວິທະຍາສາດ - ເຕັກໂນໂລຊີ ໂດຍບັນດາກະຊວງ, ຂະແໜງການ, ແຂວງ, ນະຄອນ ແນະນຳ. ສະພາຄັດເລືອກຈະປ່ອນບັດລັບເພື່ອເລືອກເອົາ 74 ກິດຈະກຳ, ມາດຕະການແກ້ໄຂໂດດເດັ່ນເພື່ອບັນທຶກໃສ່ປື້ມປົກຄຳປະດິດຄິດສ້າງປີ 2019. ພິທີປະກາດ “ປື້ມປົກຄຳປະດິດຄິດສ້າງຫວຽດນາມ” ປິ 2019 ຈະດຳເນີນໃນວັນທີ 27 ສິງຫາ 2019.

ຕອບກັບ

ຂ່າວ/ບົດ​ອື່ນ