8 ທິມສາກົນເຂົ້າຮ່ວມພິທີຍິງບັັ້ງໄຟດອກນາໆຊາດ ດ່າໜັງ ປີ 2018

(VOVWORLD) - ວັນທີ 07 ມີນາ, ຄະນະກຳມະການປະຊາຊົນນະຄອນ ດ່າໜັງ ໄດ້ຈັດກອງປະຊຸມຂ່າວ ແນະນຳກ່ຽວກັບງານບຸນຍິງບັ້ງໄຟດອກນາໆຊາດ ດ່າໜັງ 2018 (Da Nang International Fireworks Festival – DIFF 2018).
8 ທິມສາກົນເຂົ້າຮ່ວມພິທີຍິງບັັ້ງໄຟດອກນາໆຊາດ ດ່າໜັງ ປີ 2018 - ảnh 1 ກອງປະຊຸມຂ່າວ DIFF 2018 (ພາບ: TTXVN)

DIFF 2018 ດ້ວຍຫົວຂໍ້ວ່າ “ຂົວແຫ່ງເທບນີ້ຍາຍ” ຈະດຳເນີນແຕ່ວັນທີ 30 ເມສາ ຫາວັນທີ 30 ມີຖຸນາ.

        ຫົວຂໍ້ “ຂົວແຫ່ງຄວາມມະຫັດສະຈັນ” ຂອງ DIFF 2018 ຈະສະແດງໃຫ້ຜູ້ຊົມເຫັນເລື່ອງລາວກ່ຽວກັບວັດທະນະທຳຂອງ 8 ປະເທດ ແລະ ເຂດແຄ້ວນທີ່ເຂົ້າຮ່ວມງານບຸນລວມມີ: ຫວຽດນາມ, ໂປໂລຍ, ຝະຣັ່ງ, ອາເມລິກາ, ອີຕາລີ, ຮົງກົງ (ຈີນ), ຊູແອັດ ແລະ ປອັກຕູຍການ. ພິທີໄຂ DIFF 2018 ຈະໄດ້ດຳເນີນໃນຕອນຄ່ຳວັນທີ 30 ເມສາ, ດ້ວຍການແຂ່ງຂັນເປີດສາກຂອງ 2 ທິມ ຫວຽດນາມ ແລະ ໂປໂລຍ.

ຕອບກັບ

ຂ່າວ/ບົດ​ອື່ນ