8 ເດືອນ​ຕົ້​ນ​ປີ ຫວຽດ​ນາມ​ສົ່ງ​ອອກ​ສິນ​ຄ​້າເກີນ​ດຸນ 3,4 ຕື້ USD

(VOVWORLD) -ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໃຫ້ຮູ້ວ່າ ໃນເດືອນສິງຫາ ວົງເງິນສົ່ງອອກສິນຄ້າທົ່ວປະເທດບັນລຸໄດ້ 24,5 ຕື້ USD. 
8 ເດືອນ​ຕົ້​ນ​ປີ ຫວຽດ​ນາມ​ສົ່ງ​ອອກ​ສິນ​ຄ​້າເກີນ​ດຸນ 3,4 ຕື້ USD - ảnh 1 ເດືອນຕົ້ນປີ ຫວຽດນາມສົ່ງອອກສິນຄ້າເກີນດຸນ 3,4 ຕື້ USD (ພາບ: TTXVN) 

 ຄິດໄລ່ລວມ 8 ເດືອນຕົ້ນປີ 2019, ຍອດວົງເງິນສົ່ງອອກສິນຄ້າທົ່ວປະເທດບັນລຸໄດ້ເກືອບ 170 ຕື້ USD, ເພີ່ມຂຶ້ນ 7,3% ເມື່ອທຽບໃສ່ໄລຍະດຽວກັນປີ 2018. ສິ່ງທີ່ໜ້າສົນໃຈແມ່ນ: ດ້ວຍການປະກອບສ່ວນຂອງກຸ່ມສິນຄ້າປະເພດໂທລະສັບ ແລະ ເຄື່ອງອາໄຫຼ່ດັ່ງນັ້ນດຸນການຄ້າເດືອນ ສິງຫາຈຶ່ງເກີນດຸນຕາມທິດການສົ່ງອອກປະມານ 1,7 ຕືີ້ USD. ດັ່ງນັ້ນ, ຄິດໄລ່ລວມ 8 ເດືອນ ການສົ່ງອອກເກີນດຸນຂອງທົ່ວປະເທດບັນລຸໄດ້ 3,4ຕື້ USD, ໃນນັ້ນມີ 26 ປະເພດສິນຄ້າບັນລຸໄດ້ມູນຄ່າສົ່ງອອກກ່ວາ 1 ຕື້ USD. ອາເມລິກາຍັງຄົງແມ່ນຕະຫຼາດສົ່ງອອກໃຫຍ່ທີ່ສຸດຂອງ ຫວຽດນາມ ດ້ວຍວົງເງິນບັນລຸໄດ້ 38,6 ຕື້ USD, ຖັດຈາກນັ້ນແມ່ນ EU, ຈີນ ແລະ ອາຊຽນ. ຕາມບັນດານັກຊ່ຽວຊານແລ້ວ, ດ້ວຍໝາກຜົນທີ່ບັນລຸໄດ້ສາມາດເຊື່ອໝັ້ນວ່າ ຊຸມເດືອນທ້າຍປີ, ການສົ່ງອອກ ແລະ ນຳເຂົ້າສິນຄ້າ, ການບໍລິການຍັງໄປຕາມທິດທີ່ດີ, ພິເສດເມື່ອບັນດາສັນຍາການຄ້າເສລີ (FTA) ສືບຕໍ່ຜັນຂະຫຍາຍປະສິດທິຜົນ. ໃນນັ້ນ, ວິສາຫະກິດຄວນຍາດແຍ່ງບັນດາບຸລິມະສິດຈາກບັນດາ FTA ທີ່ໄດ້ຮັບການລົງນາມແລ້ວໃຫ້ເປັນຢ່າງດີ, ເອົາໃຈໃສ່ຢັ້ງຢືນໄດ້ຕົ້ນກຳເນີດຂອງສິນຄ້າເພື່ອໄດ້ຮັບ ບັນດາບຸລິມະສິດດ້ານພາສີອາກອນຕາມບັນດາຄຳໝັ້ນສັນຍາທີ່ໄດ້ຮັບການລົງນາມແລ້ວ.

ຕອບກັບ

ຂ່າວ/ບົດ​ອື່ນ