8 ແຂວງ ຕາ​ເວັນ​ຕົກ​ສ່ຽງ​ເໜືອ ຫວຽດ​ນາມ ເຂົ້າ​ຮ່ວມ​ງານ​ມະ​ໂຫລານ​ໝູ່​ບ້ານ​ທ່ອງ​ທ່ຽວ​ຊຸມ​ຊົນ

(VOVWORLD) - ງານມະໂຫລານ ແມ່ນໂອກາດເພື່ອແນະນຳບັນດາໝູ່ບ້ານທ່ອງທ່ຽວຊຸມຊົນດີເດັ່ນໃນເຂດ ເພື່ອດຶງດູດແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ; ເຊີດຊູບັນດາຄຸນຄ່າວັດທະນະທຳປະເພນີທີ່ເອກະລັກສະເພາະ.
8 ແຂວງ ຕາ​ເວັນ​ຕົກ​ສ່ຽງ​ເໜືອ ຫວຽດ​ນາມ ເຂົ້າ​ຮ່ວມ​ງານ​ມະ​ໂຫລານ​ໝູ່​ບ້ານ​ທ່ອງ​ທ່ຽວ​ຊຸມ​ຊົນ - ảnh 1ພິທີໄຂງານມະໂຫລານໝູ່ບ້ານທ່ອງທ່ຽວຊຸມຊົນ ບັນດາແຂວງທິດຕາເວັນຕົກສ່ຽງເໜືອ ເປີດກວ້າງປີ 2023 (ພາບ:nhandan.vn)

ຕອນຄ່ຳວັນທີ 17 ພະຈິກ, ຢູ່ຕາແສງ ຈ່ຽງເຈົາ, ເມືອງ ມາຍເຈົາ (ຮວ່າບິ່ງ), ພິທີໄຂງານມະໂຫລານໝູ່ບ້ານທ່ອງທ່ຽວຊຸມຊົນ ບັນດາແຂວງທິດຕາເວັນຕົກສ່ຽງເໜືອ ເປີດກວ້າງປີ 2023, ດ້ວຍການເຂົ້າຮ່ວມຂອງ 8 ແຂວງຄື: ຮວ່າບິ່ງ, ຝູເທາະ, ເຊີນລາ, ດ້ຽນບຽນ, ລາຍເຈົາ, ຮ່າຢາງ, ລ່າວກາວ ແລະ ອຽນບ໊າຍ. ງານມະໂຫລານດັ່ງກ່າວ ມີຮ້ານວາງສະແດງ 22 ຮ້ານຂອງທ້ອງຖິ່ນຕ່າງໆ ມາວາງສະແດງ, ແນະນຳວັດທະນະທຳ, ການທ່ອງທ່ຽວ, ຜະລິດຕະກັນກະເສດທີ່ເປັນເອກະລັກຂອງທ້ອງຖິ່ນຕົນ. ໃນຂອບເຂດຂອງງເຫດການ, ຍັງມີກິດຈະກຳຕ່າງໆຄື: ງານວາງສະແດງພາບຖ່າຍ, ກອງປະຊຸມສົ່ງເສີມການທ່ອງທ່ຽວແຂວງ ຮວ່າບິ່ງ ປີ 2023, ການແຂ່ງຂັນອາຫານການກິນການທ່ອງທ່ຽວຊຸມຊົນ ບັນດາແຂວງ ຕາເວັນຕົກສ່ຽງເໜືອເປີດກວ້າງ.

        ກ່າວຄຳເຫັນນະທີ່ນີ້, ທ່ານຮອງປະທານຄະນະກຳມະການປະຊາຊົນແຂວງ ຮວ່າບິ່ງ ຫງວຽນວັນຕວ່ານ ເນັ້ນໜັກວ່າ ງານມະໂຫລານ ແມ່ນໂອກາດເພື່ອແນະນຳບັນດາໝູ່ບ້ານທ່ອງທ່ຽວຊຸມຊົນດີເດັ່ນໃນເຂດ ເພື່ອດຶງດູດແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ; ເຊີດຊູບັນດາຄຸນຄ່າວັດທະນະທຳປະເພນີທີ່ເອກະລັກສະເພາະ.

        ງານມະໂຫລານໝູ່ບ້ານທ່ອງທ່ຽວຊຸມຊົນບັນດາແຂວງທິດຕາເວັນຕົກສ່ຽງເໜືອເປີດກວ້າງປີ 2023 ຈະດຳເນີນຮອດວັນທີ 19 ພະຈິກ ຈຶ່ງອັດລົງ.

ຕອບກັບ

ຂ່າວ/ບົດ​ອື່ນ