80%ຈຳນວນພົນລະເມືອງມີຄວາມຕ້ອງການເຮືອນຢູ່ລ້ວນແຕ່ຢາກຊື້ເຮືອນຢູ່ສັງຄົມ

80%ຈຳນວນພົນລະເມືອງມີຄວາມຕ້ອງການເຮືອນຢູ່ລ້ວນແຕ່ຢາກຊື້ເຮືອນຢູ່ສັງຄົມ - ảnh 1
ທ່ານ​ນາຍົກລັດ​ຖຸະມົນຕີ ຫງວຽນ​ຊວນ​ຟຸກ
ໄດ້​ເປັນ​ປະທານ​ກອງ​ປະຊຸມ

(vovworld) - 80% ຈຳນວນ​ພົນລະ​ເມືອງມີ​ຄວາມ​ຕ້ອງການ​ເຮື​ອນຢູ່​ລ້ວນ​ແຕ່​ຢາກ​ຊື້​ເຮືອນຢູ່​ສັງ​ຄົມ ນັ້ນ​ແມ່ນ​ຂໍ້​ມູນ​ຂ່າວ​ໂດ​ຍທ່ານ​ຮອງ​ລັດຖະມົນຕີ ຈິ້ງ​ດີງຢຸງ ຍົກ​ອອກ​ທີ່​ການ​ປະຊຸມ​ຜ່ານ​ທາງ​ເຄືອ​ຂ່າຍ​ອິນ​ເຕີ​ແນັດ​ໃນ​ທົ່ວ​ປະ​ເທດ​ກ່ຽວ​ກັບ​ເຮືອນ​ຢູ່​ສັງຄົ​ມ ຊຶ່ງ​​ໄດ້ດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 07/12 ຢູ່​ສຳນັກງານ​ລັດຖະບານ, ທ່ານ​ນາຍົກລັດ​ຖຸະມົນຕີ ຫງວຽນ​ຊວນ​ຟຸກ ​ໄດ້​ເປັນ​ປະທານ​ກອງ​ປະຊຸມ ພ້ອມກັບບັນດາ​ທ່ານ​ຮອງ​ນາຍົກລັດຖະມົນຕີ ຈິ້ງ​ດີງຢຸງ, ທ່ານ ຫວູດຶກ​ດາມ, ບາງ​ການ​ນຳ​ກະຊວງ, ຂະ​​ແໜງການ ​ແລະ 63 ​ແຂວງ, ນະຄອນ. ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະຊຸມ ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຮຽກຮ້ອງ​ກອງ​ປະຊຸມ​ຕີ​ລາຄາ​ສູງ​ບັນດາ​ວຽກ​ງານ​ທີ່​ປະຕິບັດ​ໄດ້​ໃນ​ການ​ກໍ່ສ້າງ​ເຮືອນ​ຢູ່​ສັງຄົມ​ໃນ​​ໄລຍະ​ຜ່ານ​ມາ, ຍົກ​ອອກ​ບັນດາ​ຮູບ​ແບບ​ທີ່​ປະຕິບັດ​ໄດ້​ເປັນ​ຢ່າງ​ດີ ​ເພື່ອ​​ທະວີ​ຄູນໃນ​ຂອບ​ເຂດ​ທົ່າປະ​ເທດ, ​ແລະ ພິ​ເສດ​ມີ​ກົນ​ໄກ​ນະ​ໂຍບາຍ ​ເພື່ອ​ໃຫ້​ບັນດາ​ຫົວໜ່ວຍ​ທີ່​ກ່ຽວຂ້ອງ ສາມາດ​ກໍ່ສ້າງ​ເຮືອນ​ຢູ່​ສັງຄົ​ມ, ຮັບ​ໃຊ້​ໃຫ້​ຕະຫລາດ​ສຳຄັນ ​ເຊິ່ງປະຊາຊົນ​ມີ​ຄວາມ​ຕ້ອງກາ​ນສູງ. ​ເປັນ​ຕົ້ນ​ແມ່ນ ສຳລັບ​ຜູ້​ທຸກ​ຍາກ, ຄອບຄົວ​ເປົ້າ​ໝາຍ​ນະ​ໂຍບາຍ, ກຳມະກອນ. ທ່ານ​ນາຍົກລັດຖະມົນຕີ​ຖື​ວ່າ: ຖ້າ​ຫາກ​ບັນດາ​ທ້ອງ​ຖິ່ນ​ມີ​ຄວາມ​ສົນ​ໃຈ, ມີ​ກົນ​ໄກ​ນະ​ໂຍບາຍ​ເໝາະ​ສົມ ອາດ​ສາມາດ​ປະຕິບັດ​ວຽກ​ງານ​ພັດທະນາ​ເຮືອນ​ຢູ່​ສັງຄົມ​ໄດ້​ເປັນ​ຢ່າງ​ດີ.

 

ຂ່າວ/ບົດ​ອື່ນ