94 ຄົນຖືກເສຍຊີວິດໃນວັນທີ 11 ກຸມພາ ຢູ່ແຂວງ ຮູເປີ່ຍ ຍ້ອນໄວຣັດ Covid-19

(VOVWORLD) - ຈຳນວນຜູ້ເສຍຊີວິດໃນວັນທີ 11 ກຸມພາ ຢູ່ແຂວງ ຮູເປີ່ຍ, ເຂດໃຈກາງເກີດພະຍາດອັກເສບປອດຈາກໄວຣັດ ໂຄໂຣນາ (Covid-19) ຢູ່ ຈີນ, ແມ່ນ 94 ຄົນ,
94 ຄົນຖືກເສຍຊີວິດໃນວັນທີ 11 ກຸມພາ ຢູ່ແຂວງ ຮູເປີ່ຍ ຍ້ອນໄວຣັດ Covid-19 - ảnh 1 94 ຄົນຖືກເສຍຊີວິດໃນວັນທີ 11 ກຸມພາ ຢູ່ແຂວງ ຮູເປີ່ຍ ຍ້ອນໄວຣັດ Covid-19 (ພາບ: THX/TTXVN)

ອັນໄດ້ຍົກຈຳນວນກໍລະນີເສຍຊີວິດຍ້ອນເຊື້ອພະຍາດດັ່ງກ່າວຢູ່ສະເພາະແຂວງນີ້ມາຮອດປັດຈຸບັນແມ່ນ 1.068 ຄົນ; ຈຳນວນກໍລະນີຕິດເຊື້ອໃໝ່ແມ່ນ 1.638 ຄົນ, ຍົກຈຳນວນຄົນຕິດເຊື້ອຢູ່ແຂວງ ຮູເປີ່ຍ ຂຶ້ນເປັນແມ່ນ 33.366 ຄົນ. ດັ່ງນັ້ນ, ຕາມຕົວເລກກ່ອນໜ້ານັ້ນຂອງເຈົ້າໜ້າທີ່ ຈີນ ພ້ອມກັບຕົວເລກ ເຊິ່ງແຂວງ ຮູເປີ່ຍ ປະກາດ, ຈຳນວນຜູ້ເສຍຊີວິດຍ້ອນເຊື້ອໄວຣັດ Covid-19 ຢູ່ ຈີນ ມາຮອດປັດຈຸບັນແມ່ນ 1.110 ຄົນ.

        ແລະກໍ່ໃນວັນດຽວກັນ, ອົງການອະນາໄມໂລກ (WHO) ຖະແຫຼງວ່າ “Covid-19” ຈະແມ່ນຊື່ໃໝ່ຂອງໄວຣັດ ໂຄໂຣນາສາຍພັນໃໝ່ທີ່ເກີດຈາກເຊືຶ້ອພະຍາດອັກເສບປອດ.

 

ຕອບກັບ

ຂ່າວ/ບົດ​ອື່ນ