9ໝູ່ຄະນະແລະ10ຄົນໄດ້ຮັບລາງວັນແມ່ຍິງຫວຽດນາມປີ2015

9ໝູ່ຄະນະແລະ10ຄົນໄດ້ຮັບລາງວັນແມ່ຍິງຫວຽດນາມປີ2015 - ảnh 1
ພິທີ​ສະ​ເຫຼີ​ມສະຫຼອງ 84 ປີ​ແຫ່ງ​ວັນ​ສ້າງ​ຕັ້ງສະຫະພັນ​
ແມ່ຍິງ ຫວຽດນາມ ​ ປີ 2014 (ພາບ: hoilhpn.org.vn)

(vovworld) – 9 ໝູ່​ຄະນະ​ ແລະ 10 ຄົນ​​ໄດ້ຮັບ​ລາງວັນ​ແມ່ຍິງ​ ຫວຽດນາມ​ປີ 2015. ນີ​ແມ່ນ​ຂ່າວຈາກ​ການ​ປະຊຸມ​ຂ່າວ ​ໂດຍ​ສະຫະພັນ​ແມ່ຍິງ ຫວຽດນາມ ຈັດ​ຕັ້ງ​ໃນ​ຕອນ​ເຊົ້າ​ວັນ​ທີ 01/10 ຢູ່​ຮ່າ​ໂນ້ຍ. ສ່ວນ​ບຸກຄົນ ​ແລະ ໝູ່​ຄະນະ​ໄດ້​ຮັບ​ລາງວັນ​ແມ່ຍິງ ຫວຽດນາມ ມີ​ຜົນງານ​ດີ​ເດັ່ນ​ໃນ​ວິວັດ​ການ​ສູ້​ຊົນ​ຜ່ານ​ຜາ​ຄວາມ​ຫຍຸ້ງຍາກ​ໃນ​ຊີວິດ​ການ​ເປັນ​ຢູ່ ​ເພື່ອ​ອອກ​ແຮງ​ງານ, ມີ​ຫົວຄິດ​ປະ​ດິດສ້າງ​ຢ່າງ​ບໍ່​ຢຸດ​ຢັ້ງ ກາຍ​ເປັນ​​ແມ່ຍິງໄດ້ຮັບຜົນສຳເລັດ ​ແລະ ​ຊ່ວຍເຫຼືອຫຼາຍ​ຄົນໃນ​ປະຊາ​ຄົມ ໃຫ້ມີ​ຊີວິດ​ການ​ເປັນ​ຢູ່​ເປັນ​ປົກ​ກະຕິ ​ແລະ ມີຄວາມຜາ​ສຸກ. ນີ້​ແມ່ນ​ເຫດກາ​ນ​ໄດ້​ຈັດ​ຕັ້ງ​ປະຈຳ​ປີ ​ເພື່ອ​ຮັບ​ຮູ້​ບົດບາດ ​ແລະ ​ເຊີດ​ຊູ​ບັນດາ​ແມ່ຍິງ ຫວຽດນາມ ​ໄດ້​ບືນ​ຕົວ​ຂຶ້ນ​ຈາກ​ຄວາມ​ຫຍຸ້ງຍາກ​ໃນ​ຊີວິດ​ການ​ເປັນ​ຢູ່, ວຽກ​ງານ ​ເພື່ອ​ປະກອບສ່ວນ​ເຂົ້າ​ໃນການ​ພັດທະນາ​ຂອງ​ເສດຖະກິດ​ຂອງປະ​ເທດ​ຊາດ. ​ແຕ່​ປີ 2003 ​ຮອດ​ປີ 2015, ລາງວັນ​ແມ່ຍິງ ຫວຽດນາມ ​ໄດ້​ມອບ​ໃຫ້ 55 ໝູ່​ຄະນະ ​ແລະ ​ແມ່ຍິງ​ທີ່​ດີ​ເດັ່ນ​ໃນ​ທຸກ​ຂົງ​ເຂດ​ຂອງ​ຊີວິດ​ການ​ເປັນ​ຢູ່ 104 ຄົນ. ພິທີ​ສະ​ເຫຼີ​ມສະຫຼອງ 85 ປີ​ແຫ່ງ​ວັນ​ສ້າງ​ຕັ້ງສະຫະພັນ​ແມ່ຍິງ ຫວຽດນາມ ​ແລະ ມອບ​ລາງວັນ​ແມ່ຍິງ ຫວຽດນາມ 2015 ຈະ​ຈັດ​ຕັ້ງ​ໃນ​ວັນ​ທີ 18/10 ຢູ່​ຮ່າ​ໂນ​ຍ.

 

ຂ່າວ/ບົດ​ອື່ນ