ABD ​ລະ​ດົມ​ເງິນ​ຈຳ​ນວນ 135 ລ້ານ USD ເພື່ອ​ໜູນ​ຊ່ວຍ​ການຄົມ​ມະ​ນາ​ຄົມດ້ວຍ​ພາ​ຫະ​ນະໄຟ​ຟ້າ​ໃຫ້​ແກ່ ຫວຽດ​ນາມ

(VOVWORLD) -ບ້ວງເງິນໜູນຊ່ວຍມີ ກຳນົດເວລາແມ່ນ 7 ປີລວມມີ: ເງິນກູ້ຢືມ ຈາກ ADB 20 ລ້ານ USD, ບ້ວງບເງິນກູ້ຢືມຕ່າງໆທີ່ມີມູນຄ່າ 87 ລ້ານ USD ໂດຍ ADB ລະດົມເປັນປະທານຈັດສັນທຶນ ທີ່ໄດ້ຮັບການມອບສິດ ແລະ ບ້ວງເງິນອຸປະຖຳບຸລິມະສິດມີມູນຄ່າ 28 ລ້ານ USD.
ABD ​ລະ​ດົມ​ເງິນ​ຈຳ​ນວນ 135 ລ້ານ USD ເພື່ອ​ໜູນ​ຊ່ວຍ​ການຄົມ​ມະ​ນາ​ຄົມດ້ວຍ​ພາ​ຫະ​ນະໄຟ​ຟ້າ​ໃຫ້​ແກ່ ຫວຽດ​ນາມ - ảnh 1ພາບປະກອບ: kinhtedothi.vn

ວັນທີ 24 ຕຸລາ, ທະນາຄານພັດທະນາ ອາຊີ (ADB) ໃຫ້ຮູ້ວ່າ ອົງການການເງິນນີ້ໄດ້ເປັນປະທານລະດົມບ້ວງເງິນໜູນຊ່ວຍທີ່ມີມູນຄ່າ 135 ລ້ານ USDໃຫ້ແກ່ບັນດາການເຄື່ອນໄຫວຜະລິດລະບົບຂົນສົ່ງໂດຍສານສາທາລະນະດ້ວຍພາຫະນະນຳໃຊ້ໄຟຟ້າທຳອິດຢູ່ ຫວຽດນາມ. ຕາມທະນາຄານ ພັດທະນາ ອາຊີແລ້ວ, ບ້ວງເງິນໜູນຊ່ວຍຈະສະຫງວນໃຫ້ແກ່ບໍລິສັດຫຸ້ນສ່ວນຜະລິດ ແລະ ດຳເນີນທຸລະກິດ VinFast (VinFast) ເພື່ອຜະລິດກຸ່ມລົດເມໂດຍສານສາທາລະນະທີ່ແລ່ນດ້ວຍໄຟຟ້າ ທຳອິດຢູ່ ຫວຽດນາມ ແລະ ເຄືອຂ່າຍສາກລົດໄຟຟ້າໃນທົ່ວປະເທດທຳອິດ. ບ້ວງເງິນໜູນຊ່ວຍມີ ກຳນົດເວລາແມ່ນ 7 ປີລວມມີ: ເງິນກູ້ຢືມ ຈາກ ADB 20 ລ້ານ USD, ບ້ວງບເງິນກູ້ຢືມຕ່າງໆທີ່ມີມູນຄ່າ 87 ລ້ານ USD ໂດຍ ADB ລະດົມເປັນປະທານຈັດສັນທຶນ ທີ່ໄດ້ຮັບການມອບສິດ ແລະ ບ້ວງເງິນອຸປະຖຳບຸລິມະສິດມີມູນຄ່າ 28 ລ້ານ USD. ຕາມການຕີລາຄາຂອງ ADB ແລ້ວ, ຂະແໜງຄົມມະນາຄົມ ແລະ ຂົນສົ່ງຂອງ ຫວຽດນາມ ກວມເອົາ 18% ຍອດການປ່ອຍທາດພິດເຮືອນແກ້ວໃນທຸກປີ, ການຫັນຂະແໜງນີ້ມາເປັນການປ່ອຍທາດກາກບອນລົງເປັນ 0 ຜ່ານບັນດາວິທີການຄືພາຫະນະແລ່ນດ້ວຍໄຟຟ້າ ຈະສ້າງຜົນກະທົບໂດຍກົງຕໍ່ເປົ້າໝາຍບັນລຸໄດ້ການປ່ອຍອາຍພິດລົງເປັຮ 0 ໃນປີ 2050 ຂອງ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ