ABU:ຄຸມຄອງຄຸນນະພາບໃນຂະແໜງວິທະຍຸໂທລະພາບ

ABU:ຄຸມຄອງຄຸນນະພາບໃນຂະແໜງວິທະຍຸໂທລະພາບ - ảnh 1
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ
(ພາບ:vovradio.vn)

(​vovworld) – ກອງ​ປະຊຸມ​ສຳ​ມະ​ນາ​ກ່ຽວກັບ​ຄຸນ​ນະພາ​ບການ​ຄຸມ​ຄອງ​ວິທະຍຸ ​ໂທລະພາບ ​ໄດ້​ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 30/10, ຢູ່​ຮ່າ​ໂນ້ຍ. ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ກອງ​ປະຊຸ​ມສຳ​ມະ​ນາ​ທີ່​ສຳຄັນ​ໃນ​ຂ​ອບ​ເຂດ​ກອງ​ປະຊຸມ​ຂອງ​ສະມັດຊາ​ໃຫຍ່​ສະຫະ​ສະມາ​ຄົມ​ວິທະຍຸ - ​ໂທລະພາບ ອາຊີ ປາຊີ​ຟິກ (ABU) ຄັ້ງ​ທີ 50 ​ໂດຍ​ໂທລະພາບ​​ ຫວຽດນາມ ​ເປັນ​ເຈົ້າພາບ​ຈັດ​ຕັ້ງ​. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ບັນດາ​ຜູ້​ແທນ​ໄດ້​ເນັ້ນ​ໜັກ​ວ່າ: ​ໃນ​ສະພາບ​ມີ​ການ​ປ່ຽນ​ແປງ​ຢ່າງ​ວ່ອງ​ໄວ, ການ​ຄຸ້ມຄອງ​ຄຸນ​ນະພາ​ບມີ​ຜົນສະທ້ອນ​ອັນ​ໃຫຍ່​ຫຼວງ​ເຖິງ​ໝາກຜົນ​ທັງ​ດ້ານການຈັດ​ຕັ້ງ ກໍ່​ຄື​ສ່ວນ​ບຸກຄົນ​ສຳລັບ​ຍຸດ​ທະ​ສາດ​ແກ່ງ​ແຍ້​ງ. ຄຸ້ມ​ຄອງ​ຄຸນ​ນະພາ​ບ, ຄຸ້ມຄອງ​ແຫຼ່ງຊັບພະຍາກອນ​ມະນຸດ​ມີ​ບົດບາດ​ສຳຄັນ​ໃນ​ການຄົງ​ຕົວ​ຂອງ​ບັນດາ​ວິທະຍຸ ​ໂທລະພາບ​ໃນ​ອະນາ​ຄົດ. ທ່ານ​ຮອງ​ຜູ້ອຳນວຍການ​ໃຫຍ່​​ໂທລະພາບ​ ຫວຽດນາມ​ ຫງວຽນ​ແທ່ງ​ເລືອ​ງ ຢືນຢັນ​ວ່າ: ​ເພື່ອ​ຄົງ​ຕົວ ​ແລະ ພັດທະນາ​ໃນ​ທ່າ​ອ່ຽງ “​ເຕົ້າ​ໂຮມ​ເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວສານ - ສື່ສານ”:

    “​ເພື່ອ​ແກ້​ໄຂ​ບັນຫາ​ນີ້​ໃຫ້​ໄດ້, ຮຽກຮ້ອງ​ໃຫ້​ບັນດາ​ວິ​ທະ​ຍຸ, ​ໂທລະພາບ, ບັນດາ​ຫົວໜ່ວຍ​ສື່ສານ​ຕ້ອງ​ມີ​ຍຸດ​ທະ​ສາດ​ພັດທະນາ​ຢາງ​ຖືກຕ້ອງ, ​ເໝາະ​ສົມ, ໝັ້ນຄົງ​ຕິດ​ພັນ​ກັບ​ການ​ຄຸ້ມ​ຄອງ​ຢ່າງ​ມີ​ປະສິດທິ​ຜົນ, ນຳ​ໃຊ້​ບັນດາ​ຜົນງານ​ວິທະຍາສາດ - ​ເຕັກ​ໂນ​ໂລ​ຢີ, ຫັນ​ອຸດສາຫະກຳ​ຜະລິດ​ລາຍການ​ກະຈາຍສຽງ, ​ໂທລະພາບ​ເປັນທັນ​ສະ​ໄໝ, ​ເປັນ​ພື້ນຖານ​ໃຫ້​ແກ່​ການ​ພັດທະນາ, ສ້າງ​ແຫຼ່ງການ​ເງິນ​ເປັນ​ປົກກະຕິ, ຍາວ​ນານ. ສິ່ງ​ດັ່ງກ່າວ​ມີ​ຄວາມ​ໝາຍວ່າ: ພວກ​ເຮົາ​ຕ້ອງ​ມີ​ຍຸດ​ທະ​ສາດ​ມີ​ລັກສະນະ​ຕັດ​ສິນ​ຊີ້​ຂາດ ​ເພື່ອ​ແນ​ໃສ່​ເຮັດ​​ໃຫ້​ວຽກ​ງານ​ຄຸ້ມ​ຄອງ ​ແລະ ການ​ເຄື່ອນ​ໄຫວ​ຜະລິດ​ດຳ​​ເນີນ​ທຸລະ​ກິດ​ໃຫ້​ດີ​ທີ່​ສຸດ. ຕາມ​ບົດຮຽນ​ຂອງ​ໂທລະພາບ ຫວຽດນາມ ​ແລ້ວ, ບັນ​ຫາ​ນີ້​ອາດ​ຈະ​ແກ້​ໄຂ​​ໄດ້ຢ່າງ​ເດັດຂາດ​ເມື່ອ​ພວກ​ເຮົາ​ຄຸ້ມ​ຄອງ​ຄຸນ​ນະພາ​ບຕາມ​ມາດຖານ.”

ຂ່າວ/ບົດ​ອື່ນ