ACCSM 21: ເວ​ທີ​ປາ​ໄສ​ບໍ​ລິ​ຫານປະ​ເທດ​ໃຫ້​ເປັນ​ຢ່າງ​ດີ: ລັດ​ຖະ​ກອນ​ຕ້ອງ​ມີ​ໄຫວ​ພິບ, ປະ​ດິດ​ຄິດ​ສ້າງ, ຮ່ຳ​ຮຽນຫຼາຍ​ກ່​ວາ​ອີກ

(VOVWORLD) -ເວທີປາໄສມີການເຂົ້າຮ່ວມຂອງຜູ້ແທນເກືອບ 100 ທ່ານ, ລວມມີ ລັດຖະມົນຕີ, ຫົວໜ້າຄະນະບັນດາປະເທດອາຊຽນ, ຮອງເລຂາທິການໃຫຍ່ ອາຊຽນ, ຜູ້ແທນມາຈາກບັນດາປະເທດຄື: ຈີນ, ຍີ່ປຸ່ນ, ສ.ເກົາຫຼີ, ອົດສະຕາລີ. ທ່ານນາງ ຟ້າມທິແທັງຈ່າ ລັດຖະມົນຕີກະຊວງພາຍໃນຫວຽດນາມ ເປັນປະທານເວທີປາໄສ.
ACCSM 21: ເວ​ທີ​ປາ​ໄສ​ບໍ​ລິ​ຫານປະ​ເທດ​ໃຫ້​ເປັນ​ຢ່າງ​ດີ: ລັດ​ຖະ​ກອນ​ຕ້ອງ​ມີ​ໄຫວ​ພິບ, ປະ​ດິດ​ຄິດ​ສ້າງ, ຮ່ຳ​ຮຽນຫຼາຍ​ກ່​ວາ​ອີກ - ảnh 1ທ່ານນາງ ຟ້າມທິແທັງຈ່າ ລັດຖະມົນຕີກະຊວງພາຍໃນຫວຽດນາມ ກ່າວຄຳເຫັນທີ່ເວທີປາໄສ

ໃນຂອບເຂດກອງປະຊຸມການຮ່ວມມື ອາຊຽນ ກ່ຽວກັບບັນຫາທາງລັດຖະການ (ACCSM) ຄັ້ງທີ 21, ຕອນເຊົ້າວັນ 4 ສິງຫາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນເວທີປາໄສບໍລິຫານປະເທດໃຫ້ເປັນຢ່າງດີ. ເວທີປາໄສມີການເຂົ້າຮ່ວມຂອງຜູ້ແທນເກືອບ 100 ທ່ານ, ລວມມີ ລັດຖະມົນຕີ, ຫົວໜ້າຄະນະບັນດາປະເທດອາຊຽນ, ຮອງເລຂາທິການໃຫຍ່ ອາຊຽນ, ຜູ້ແທນມາຈາກບັນດາປະເທດຄື: ຈີນ, ຍີ່ປຸ່ນ, ສ.ເກົາຫຼີ, ອົດສະຕາລີ. ທ່ານນາງ ຟ້າມທິແທັງຈ່າ ລັດຖະມົນຕີກະຊວງພາຍໃນຫວຽດນາມ ເປັນປະທານເວທີປາໄສ.

ກ່າວຄຳເຫັນໄຂເວທີປາໄສ, ທ່ານນາງ ຟ້າມທິແທັງຈ່າ ໃຫ້ຮູ້ວ່າ: ພາຍຫຼັງການສ້າງຕັ້ງ ແລະ ພັດທະນາ ມາເປັນເວລາກ່ວາ 5 ທົດສະວັດ, ບັນດາປະເທດ ອາຊຽນ ນັບມື້ນັບໝັ້ນຄົງເຂັ້ມແຂງ, ເຕີບໂຫຍ່ກ່ວາກ່ຽວກັບດ້ານການເມືອງ, ເສດຖະກິດມີຄວາມໝັ້ນຄົງກ່ວາ. ລະບອບລະບຽບການສົມບູນແບບກ່ວາ, ມີຄວາມສະໜິດຕິດພັນ ໃນການພົວພັນ. ບັນລຸໄດ້ຜົນງານຄືໃນປັດຈຸບັນກໍ່ຍ້ອນ ມີການປະກອບສ່ວນສຳຄັນຂອງຖັນແຖວລັດຖະກອນ ບັນດາປະເທດອາຊຽນ ໄດ້ສຸມຈິດສຸມໃຈ, ມີຄວາມຮັບຜິດຊອບ ແລະ ນັບມື້ນັບເປັນມືອາຊີບ, ມີຄວາມຮູ້, ມີຈັນຍາບັນຄຸນສົມບັດທີ່ດີ.

        ທີ່ເວທີປາໄສ, ບັນດາຜູ້ແທນສາກົນ ໄດ້ແບ່ງປັນຂໍ້ມູນຂ່າວສານ, ປະສົບການຫຼາຍຢ່າງໃນການບຳລຸງສ້າງ, ຝຶກຝົນຫຼໍ່ຫຼອມພະນັກງານ, ລັດຖະກອນ, ວິທີການກໍ່ສ້າງ ແລະ ຮັບປະກັນກຳລັງຄວາມສາມາດດ້ານລັດຖະການ, ສ້າງຍຸດທະສາດ, ນະໂຍບາຍ… ມຸ່ງໄປເຖິງການພ້ອມກັນ ສ້າງພື້ນຖານລັດຖະການອາຊຽນທີ່ທັນສະໄໝ, ເປັນມືອາຊີບ ແລະ ປັບຕົວໃຫ້ເປັນຢ່າງດີ.

ຕອບກັບ

ຂ່າວ/ບົດ​ອື່ນ