ACDFM – 21: ຮ່ວມ​ມື​ເພື່ອ​ສັນ​ຕິ​ພາບ, ຄ​ວາມ​ໝັ້ນ​ຄົງ ແລະ ຄວາມ​ເຂັ້ມ​ແຂງ ອາ​ຊຽນ

(VOVWORLD) - ກອງປະຊຸມຜູ້ບັນຊາການກຳລັງປ້ອງກັນປະເທດບັນດາປະເທດ ອາຊຽນ ຄັ້ງທີ 21 (ACDFM – 21) ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 05 ກັນຍາ, ຢູ່ນະຄອນຫຼວງ ວຽງຈັນ. 
ACDFM – 21: ຮ່ວມ​ມື​ເພື່ອ​ສັນ​ຕິ​ພາບ, ຄ​ວາມ​ໝັ້ນ​ຄົງ ແລະ ຄວາມ​ເຂັ້ມ​ແຂງ ອາ​ຊຽນ - ảnh 1ຜູ້ແທນບັນດາປະເທດຖ່າຍຮູບເປັນທີ່ລະນຶກ (ພາບ: qdnd.vn)

ຄະນະຜູ້ແທນ ຫວຽດນາມ ໂດຍທ່ານ ພົນໂທ ຫງວຽນເຕິນເກືອງ, ເສນາທິການໃຫຍ່ກອງທັບປະຊາຊົນ ຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ນຳໜ້າຄະນະເຂົ້າຮ່ວມ.

        ໃນກອງປະຊຸມ, ຜູ້ບັນຊາການກຳລັງປ້ອງກັນປະເທດບັນດາປະເທດ ອາຊຽນ ໄດ້ຢັ້ງຢືນຄືນຄວາມຜູກພັນ, ສາມັກຄີຍາວນານ, ພ້ອມກັນພັດທະນາມຸ່ງໄປເຖິງການສ້າງປະຊາຄົມ ອາຊຽນ, ຮ່ວມແຮງຮ່ວມໃຈຮັບມືກັບສິ່ງທ້າທາຍຢ່າງມີປະສິດທິຜົນ. ກອງປະຊຸມ ກໍໄດ້ຕີລາຄາໝາກຜົນການຮ່ວມມືລະຫວ່າງກອງທັບບັນດາປະເທດ ອາຊຽນ ແລະ ວາງອອກກຳນົດທິດຊຸກຍູ້ການຮ່ວມມືແທດຈິງ, ມີປະສິດທິຜົນໃນໄລຍະຈະມາເຖິງ.

        ໃນໂອກາດນີ້, ຜູ້ບັນຊາການກຳລັງປ້ອງກັນປະເທດບັນດາປະເທດ ອາຊຽນ ໄດ້ຮັບຮອງເອົາແຜນການເຄື່ອນໄຫວ 2 ປີ (2024 – 2026); ຮັບຮອງເອົາ ແລະ ລົງນາມໃນຖະແຫຼງການຮ່ວມ ACDFM – 21. ສິ້ນສຸດກອງປະຊຸມ ໄດ້ດຳເນີນພິທີມອບ - ຮັບບົດບາດປະທານ ACDFM ປີ 2025 ໃຫ້ແກ່ ມາເລເຊຍ.

ນັກຂ່າວ VOV ປະຈຳ ລາວ

ຕອບກັບ

ຂ່າວ/ບົດ​ອື່ນ