ADB ຍົກ​ລະ​ດັບ​ຄາດ​ຄະ​ເນ​ອັດ​ຕາ​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ຢູ່​ພາກ​ພື້ນ ອາ​ຊີ ພວມ​ພັດ​ທະ​ນາ

(VOVWORLD) - ADB ໄດ້ຍົກລະດັບການຄາດຄະເນອັດຕາການເຕີບໂຕໃນປີ 2024 ຂອງພາກພື້ນ ອາຊີ ພວມພັດທະນາ, ຈາກລະດັບຄາດຄະເນ 4,8% ທີ່ໄດ້ຍົກອອກໃນເດືອນທັນວາ 2023 ຂຶ້ນເປັນ 4,9%. 
ADB ຍົກ​ລະ​ດັບ​ຄາດ​ຄະ​ເນ​ອັດ​ຕາ​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ຢູ່​ພາກ​ພື້ນ ອາ​ຊີ ພວມ​ພັດ​ທະ​ນາ - ảnh 1(ພາບປະກອບ:  Astasia Forum)

ການເຕີບໂຕຂອງບັນດາພື້ນຖານເສດຖະກິດພວມພັດທະນາຢູ່ ອາຊີ ໃນປີນີ້ ຄາດວ່າຈະສູງກວ່າ ເມື່ອທຽບໃສ່ການຄາດຄະເນທີ່ໄດ້ຍົກອອກມາກ່ອນໜ້ານັ້ນ, ຍ້ອນຄວາມຕ້ອງການພາຍໃນຢ່າງແຮງຂອງຫຼາຍພື້ນຖານເສດຖະກິດ. ນີ້ແມ່ນຂໍ້ສັງເກດຂອງທະນາຄານພັດທະນາ ອາຊີ (ADB) ໃນບົດລາຍງານທີ່ໄດ້ປະກາດໃນຕອນເຊົ້າວັນທີ 11 ເມສາ.

        ຕາມນັ້ນແລ້ວ, ໃນບົດລາຍງານແງ່ຫວັງພັດທະນາ ອາຊີ, ADB ໄດ້ຍົກລະດັບການຄາດຄະເນອັດຕາການເຕີບໂຕໃນປີ 2024 ຂອງພາກພື້ນ ອາຊີ ພວມພັດທະນາ, ຈາກລະດັບຄາດຄະເນ 4,8% ທີ່ໄດ້ຍົກອອກໃນເດືອນທັນວາ 2023 ຂຶ້ນເປັນ 4,9%. ເຖິງຢ່າງໃດກໍຕາມ, ADB ກໍ່ກ່າວເຕືອນກ່ຽວກັບບັນດາສິ່ງທ້າທາຍທີ່ແກ່ຍາວ ເຊັ່ນ ຄວາມເຄັ່ງຕຶງດ້ານພູມີສາດການເມືອງເພີ່ມຂຶ້ນ, ໃນນັ້ນ ມີການປະທະກັນຢູ່ຕາເວັນອອກກາງ, ອາດຈະເຮັດໃຫ້ລະບົບການສະໜອງຖືກຕັດຕອນ ແລະ ກໍ່ໃຫ້ເກີດໄພເງິນເຟີ້. ລະດັບການຄາດຄະເນການເຕີບໂຕປີນີ້ຂອງທະນາຄານ ADB ທີ່ຍົກອອກມານັ້ນ ຕ່ຳກວ່າໜ້ອຍໜຶ່ງ ເມື່ອທຽບໃສ່ລະດັບການເຕີບໂຕ 5% ຂອງພາກພື້ນໃນປີ 2023. ການເຕີບໂຕປີໜ້າກໍໄດ້ຄາດຄະເນວ່າຈະຢູ່ລະດັບ 4,9%.

ຕອບກັບ

ຂ່າວ/ບົດ​ອື່ນ