ADB ມີ​ຄວາມ​ປະ​ເອີບ​ໃຈ​ກ່ຽວ​ກັ​ບ​ແງ່​ຫວັງ​ໄລ​ຍະ​ກາງ ແລະ ໄລ​ຍະ​ຍາວ ຂອງ​ເສດ​ຖະ​ກິດ ຫວຽດ​ນາມ

(VOVWORLD) - ທະນາຄານ ADB ຍັງຄົງມີຄວາມປະເອີບໃຈກ່ຽວກັບແງ່ຫວັງການເຕີບໂຕເສດຖະກິດຂອງ ຫວຽດນາມ ໃນໄລຍະກາງ ແລະ ໄລຍະຍາວ.


ADB ມີ​ຄວາມ​ປະ​ເອີບ​ໃຈ​ກ່ຽວ​ກັ​ບ​ແງ່​ຫວັງ​ໄລ​ຍະ​ກາງ ແລະ ໄລ​ຍະ​ຍາວ ຂອງ​ເສດ​ຖະ​ກິດ ຫວຽດ​ນາມ - ảnh 1ທະນາຄານ ADB ໄດ້ຄາດຄະເນລະດັບການເຕີບໂຕເສດຖະກິດຂອງ ຫວຽດນາມ ໃນປີ 2021 ແລະ 2022 ແມ່ນ 3,8% ແລະ 6,5% ຕາມລຳດັບ (ພາບ: ADB)

  ວັນທີ 22 ກັນຍາ, ທະນາຄານພັດທະນາ ອາຊີ (ADB) ປະກາດບົດລາຍງານອັບເດັດແງ່ຫວັງພັດທະນາ ອາຊີ (ADO) 2021, ອັບເດັດສະພາບການເສດຖະກິດ ຫວຽດນາມ ແລະ ຍົກອອກການຄາດຄະເນລະດັບການເຕີບໂຕເສດຖະກິດປີ 2021 ຂອງບັນດາປະເທດພວມພັດທະນາໃນອາຊີ.

        ຕີລາຄາກ່ຽວກັບສະພາບການເສດຖະກິດ ຫວຽດນາມ, ທ່ານ Andrew Jeffries, ຜູ້ອຳນວຍການແຫ່ງຊາດ ຂອງ ADB  ປະຈຳ ຫວຽດນາມ ໃຫ້ຂໍ້ສັງເກດວ່າ:

        “ປີ 2021 ແມ່ນປີທີ່ ຫວຽດນາມ ປະສົບກັບສິ່ງທ້າທາຍນາໆປະການ. ລະດັບການເຕີບໂຕໄດ້ຮັບການປັບປຸງໃນໄລຍະ 6 ເດືອນຕົ້ນປີ 2021, ສ່ວນຫຼາຍແມ່ນຍ້ອນການເປີດກວ້າງການເຄື່ອນໄຫວການຄ້າ. ເຖິງຢ່າງໃດກໍຕາມ, ການແຜ່ລະບາດຂອງໂຄວິດ - 19 ຮອບທີ 4 ນີ້ ໄດ້ກໍ່ຜົນເສຍຫາຍແກ່ການເຄື່ອນໄຫວດຳເນີນທຸລະກິດ ແລະ ຕະຫຼາດແຮງງານ, ພ້ອມທັງເຮັດໃຫ້ພື້ນຖານເສດຖະກິດຖືກຊັກຊ້າລົງໃນໄລຍະ 6 ເດືອນທ້າຍປີ. ດັ່ງນັ້ນ, ການເຕີບໂຕ GDP ປີ 2021 ໄດ້ຫຼຸດລົງເຫຼືອພຽງ 3,8%. ໃນອະນາຄົດ, ການເຕີບໂຕໄດ້ຮັບການຄາດຄະເນວ່າຈະຟື້ນຟູຢູ່ໃນລະດັບ 6,5% ໃນປີ 2022.”

        ຜູ້ຕາງໜ້າທະນາຄານ ADB ໃຫ້ຮູ້ວ່າ ໃນບົດລາຍງານຄັ້ງນີ້, ທະນາຄານ ADB ຍັງຄົງມີຄວາມປະເອີບໃຈກ່ຽວກັບແງ່ຫວັງການເຕີບໂຕເສດຖະກິດຂອງ ຫວຽດນາມ ໃນໄລຍະກາງ ແລະ ໄລຍະຍາວ.


ຕອບກັບ

ຂ່າວ/ບົດ​ອື່ນ